ບໍລິການຈ່າຍເງິນເດືອນ

ທະນາຄານແຫ່ງປະເທດຈີນ(ຮົງກົງ)ສາຂານະຄອນຫຼວງວຽງຈັນ ມຸ່ງໝັ້ນທີ່ຈະໃຫ້ລູກຄ້ານິຕິບຸກຄົນ ມີວິທີການຈ່າຍເງິນເດືອນ ແລະ ການຈັດການບຸກຄະລາກອນທີ່ສະດວກ ແລະ ເຊື່ອຖືໄດ້ , ເພື່ອຊ່ວຍໃຫ້ທ່ານປັບປຸງປະສິດທິພາບບໍລິຫານຂອງບໍລິສັດ , ຫຼຸດຜ່ອນຄວາມສ່ຽງໃນການດໍາເນີນງານ ແລະ ຕົ້ນທຶນການເຮັດທຸລະກໍາ. ລູກຄ້ານິຕິບຸກຄົນ​ສາມາດ​ເລືອກ​ເອົາ​ຊ່ອງ​ທາງ​ການ​ຊຳລະ​ເງິນ​ເດືອນ​ທີ່​ເໝາະ​ສົມ​ຕາມ​ຄວາມ​ຕ້ອງການ​ຕົວ​ຈິງ ​ແລະ ຈ່າຍ​ເງິນ​ເດືອນ​ໃຫ້​ແກ່ພະນັກງານຕາມທີ່ທະນາຄານ​ຈີນ​ສາຂາ​ນະຄອນຫຼວງ​ວຽງ​ຈັນ ຫຼື ບັນຊີ​ທະນາຄານ​ອື່ນໆ​​ທີ່​ກຳນົດ​ໄວ້.

ຈັດການເງິນເດືອນງ່າຍພາຍໃນຫນ້າຕ່າງດຽວ

ທະນາຄານແຫ່ງປະເທດຈີນ(ຮົງກົງ)ສາຂານະຄອນຫຼວງວຽງຈັນສາມາດສະຫຫນອງລະບົບ ແລະ ແບບຟອມເພື່ອອໍານວຍຄວາມສະດວກໃຫ່້ລູກຄ້າໃນການຈ່າຍເງິນເດືອນ.

ຜະລິດຕະພັນຈ່າຍເງິນເດືອນສະກຸນຢວນ

ສາຂາໄດ້ເປີດບໍລິການນີ້ເພື່ອສະໜອງການບໍລິການທີ່ສະດວກໃຫ້ແກ່ພະນັກງານສັນຊາດຈີນທີ່ເຮັດວຽກ ແລະ ອາໄສຢູ່ໃນລາວ ໃນການໂອນເງິນເດືອນສະກຸນຢວນທີ່ຖືກຕ້ອງຕາມກົດໝາຍ ແລະ ເງິນອຸດໜຸຄອບຄົວກັບໄປຈີນແຜ່ນດິນໃຫຍ່.

ການຈ່າຍເງິນເດືອນສຳເລັດໄດ້ພາຍໃນມື້ດຽວ

• ທ່ານສາມາດຈ່າຍເງິນເດືອນໄດ້ ຜ່ານທາງທະນາຄານອິນເຕີເນັດ, ແລະການຊໍາລະເງິນເດືອນສາມາດເຮັດໄດ້ກັບບັນຊີຕ່າງທະນາຄານສຳເລັດພາຍໃນມື້ດຽວກັນ ນອກເຫນືອຈາກ Internet Banking, ທ່ານອາດຈະເລືອກທີ່ເຮັດທຸລະກຳທີ່ເຄົ້າເຕີ້ຂອງພວກເຮົາດ້ວຍ USB ຫຼື CD (ສໍາລັບລາຍລະອຽດ, ກະລຸນາຕິດຕໍ່ພະນັກງານສາຂາຂອງພວກເຮົາ).

ຫຼຸດຜ່ອນຄ່າໃຊ້ຈ່າຍ

 ທ່ານສາມາດປັບປຸງປະສິດທິພາບໃນການດໍາເນີນງານໄດ້, ໂດຍການປະຢັດວຽກງານບໍລິຫານຈາກການອອກເຊັກ ຫຼື ການໂອນເງິນ