ຄໍາສະຫງວນສິດຄວາມຮັບຜິດຊອບ

ຂ່າວສານ ແລະ ຂໍ້ມູນທີ່ປາກົດໃນເວັບໄຊ໌ນີ້ ແລະ ເວັບໄຊ໌ທີ່ມີລີ້ງເຊື່ອມໂຍງມາເວັບໄຊ໌ທັງໝົດ ລວມເຖິງຂໍ້ຄວາມພາບລີ້ງ ຫຼື ຫົວຂໍ້ອື່ນໆ ຂໍນຳສະເໜີໃນຮູບແບບ “ສະພາບປັດຈຸບັນ”ແລະ“ສາມາດນຳສະເໜີ”ຂອງທະນາຄານແຫ່ງປະເທດຈີນ (ຮົງກົງ) ຈຳກັດ ສາຂານະຄອນຫຼວງວຽງຈັນ, ບໍ່ຂໍຮັບປະກັນຂໍ້ມູນກັບຂ່າວສານວ່າຈະຖືກຕ້ອງ, ພ້ອມຂໍ້ມູນຍຶດຖືໄດ້ ຫຼື ສົມບູນແບບ ແລະ ຂໍຢືນຢັນທີ່ຈະບໍ່ຮັບຜິດຊອບໃນຂໍ້ມູນກັບຂ່າວສານທີ່ຜິດພາດ ຫຼື ບົກພ່ອງນີ້ ແລະ ບໍ່ຂໍຮັບປະກັນ ( ຍອມຮັບ ຊີ້ແຈງ ຫຼື ຕາມກົດໝາຍ) ໃນຂໍ້ມູນກັບຂ່າວສານ, ລວມເຖິງບໍ່ຮັບປະກັນ (ແຕ່ບໍ່ຈຳກັດ) ສິດທິກໍລະນີຈະບໍ່ພາດພິງເຖິງບຸກຄົນທີ່ສາມທີ່ກ່ຽວຂ້ອງ, ສິດທິທັງໝົດ, ການຕະຫຼາດດ ຄຸນນະພາບທີ່ບຸກຄົນພໍໃຈ, ເຈາະຈົງຜູ້ໃຊ້ ແລະ ການບໍ່ແຜ່ໄວຣັສຄັອມພິວເຕີ້, ຂໍ້ມູນເຫຼົ່ານີ້ອາດໃຊ້ມາດົນແລ້ວ ແລະ ທະນາຄານແຫ່ງປະເທດຈີນ( ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ ບໍ່ຂໍຮັບປະກັນວ່າຈະສາມາດປັບປຸງໃໝ່ໄດ້ຢ່າງໄວວາ.

ຂໍ້ຈຳກັດໃນຄວາມຮັບຜິດຊອບ

ທະນາຄານແຫ່ງປະເທດຈີນ( ຮົງກົງ) ຈຳກັດ ສາຂານະຄອນຫຼວງວຽງຈັນ ບໍ່ຂໍຮັບຜິດຊອບຕໍ່ຄວາມເສຍຫາຍໃດໆ, ບໍ່ວ່າຄວາມເສຍຫາຍນັ້ນຈະເກີດຈາກການໃຊ້ ຫຼື ບໍ່ໃຊ້ ເຊິ່ງເປັນຜົນມາຈາກເວັບໄຊ໌ນີ້ ຫຼື ຈາກເວັບໄຊ໌ທີ່ເຊື່ອມລີ້ງມາທີ່ເວັບໄຊ໌ນີ້ (ລວມເຖິງບໍ່ຈຳກັດເຖິງຄວາມເສຍຫາຍດ້ານຄວາມໄວ, ຄວາມເສຍຫາຍດ້ານການໂຫຼດໜ້າເວັບ ຫຼື ສາຍຫຼຸດ) ແລະ ບໍ່ວ່າທາງເວັບໄຊ໌ອື່ນໆຈະມີການຮັບປະກັນສັນຍາສິດທິ ຫຼື ສິ່ງໃດຕາມທີ່ກົດໝາຍກຳນົດ, ຖ້າໃນການເປີດເວັບໄຊ໌ເຮັດໃຫ້ທ່ານຕ້ອງເພີ່ມການດູແລ, ສ້ອມແຊມ ຫຼື ປັບປຸງອຸປະກອນ ຫຼື ລະບົບ, ທ່ານຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທີ່ເກິດຂື້ນໃນກໍລະນີນີ້ເອງທັງໝົດ, ຖ້າກົດໝາຍທີ່ໃຊ້ບໍ່ຍອມຮັບໃຫ້ຍົກເວັ້ນຄວາມເສຍຫາຍທີ່ເກີດຂື້ນບົນພື້ນຖານຄວາມບໍ່ແນ່ນອນ ຫຼື ໂດຍອ້ອມ ຫຼື ໃຫ້ຮັບຜິດຊອບແບບຈຳກັດ, ຖ້າເປັນເຊັ່ນນັ້ນ, ຂອບເຂດ ຫຼື ເງື່ອນໄຂຕາມທີ່ສະເໜີດ້ານເທິງອາດຈະບໍ່ເໝາະກັບທ່ານ.

ຂໍ້ຈຳກັດໃນການຊົດເຊີຍຄວາມເສຍຫາຍ

ໃນສະຖານະການໃດໆ ທະນາຄານແຫ່ງປະເທດຈີນ( ຮົງກົງ) ຈຳກັດ ສາຂານະຄອນຫຼວງວຽງຈັນ ຈະບໍ່ຂໍຮັບຜິດຊອບຕໍ່ໂຄງສ້າງທີ່ໃຊ້ ຫຼື ບໍ່ສາມາດໃຊ້ຂໍ້ມູນເນື້ອຫາ, ປະສິດທິພາບໃນການເຊື່ອມຕໍ່ເວັບນີ້ທັງໂດຍຕົງ, ໂດຍທາງອ້ອມ, ແບບພິເສດ, ສົ່ງຕໍ່ ຫຼື ຄວາມເສຍຫາຍອື່ນໆ ( ລວມເຖິງບໍ່ຈຳກັດຄວາມເສຍຫາຍຈາກຄວາມໄວ, ສາຍຫຼຸດ ແລະ ຄວາມເສຍຫາຍຈາກການສູນເສຍຂໍ້ມູນໃນຂະນະຈັດການລະບົບ) ທັງນີ້ທາງທະນາຄານແຫ່ງປະເທດຈີນ (ຮົງກົງ) ຈຳກັດ ສາຂານະຄອນຫຼວງວຽງຈັນ ຂໍຖະແຫຼງການເຖິງຄວາມເປັນໄປໄດ້ທີ່ຈະເກີດຄວາມເສຍຫາຍລັກສະນະເຫຼົ່ານີ້.

ຜູ້ໃຊ້ໃນຕ່າງປະເທດ

ກົດໝາຍຕໍ່ຜະລິດຕະພັນ ຫຼື ບໍລິການທາງທະນາຄານນຳສະເໜີ ແລະ ໃນທາງກົດໝາຍຜະລິດຕະພັນ ຫຼືບໍລິການທະນາຄານໄດ້ນຳສະເໜີນັ້ນ, ຈຳກັດສະເພາະບຸກຄົນໃນພື້ນທີ່ເທົ່ານັ້ນ, ດັ່ງນັ້ນ ຂໍ້ມູນຈາກເວັບໄຊ໌ບໍ່ໄດ້ເປັນການໂຄສະນາ ຫຼື ຊັກຈູງ, ຂໍໃຫ້ຜູ້ອ່ານຮັບຜິດຊອບໃນການທໍາຄວາມເຂົ້າໃຈ ແລະ ຍອມຮັບກົດ ໝາຍ ຫຼື ລະບຽບການທີ່ກ່ຽວຂ້ອງດ້ວຍຕົນເອງ.

ການປ່ຽນແປງ

ທະນາຄານແຫ່ງປະເທດຈີນ( ຮົງກົງ) ຈຳກັດ ສາຂານະຄອນຫຼວງວຽງຈັນ ຂໍສະຫງວນສິດໃນການປ່ຽນແປງ ແກ້ໄຂ ເພີ່ມເຕີມ ຫຼື ລົບອອກຂໍ້ມູນສ່ວນໃດສ່ວນໜຶ່ງ ຫຼື ທັງໝົດໄດ້ທຸກເວລາ, ທ່ານຄວນເຂົ້າມາເບິ່ງ ແລະ ທຳຄວາມເຂົ້າໃຈເງື່ອນໄຂເປັນໄລຍະ, ເມື່ອມີປະກາດການປ່ຽນແປງແລ້ວ ທ່ານຍັງຄົງໃຊ້ໜ້າເວັບໄຊ໌ນັ້ນຕໍ່ໄປຈະຖືວ່າທ່ານຍອມຮັບໃນການປ່ຽນແປງນີ້.

ຂໍ້ມູນໃນເວັບໄຊ໌ນີ້ມີຂໍ້ຈຳກັດ ແລະ ບໍ່ມີຄວາມຮັບຜິດຊອບໃດໆ, ດັ່ງນັ້ນ ທະນາຄານແຫ່ງປະເທດຈີນ( ຮົງກົງ) ຈຳກັດ ສາຂານະຄອນຫຼວງວຽງຈັນ ສາມາດລະງັບ, ປ່ຽນແປງ, ຢຸດຊົ່ວຄາວ ຫຼື ຍົກເລີກດ້ານໃດໆ ຂອງເວັບໄຊ໌ນີ້ໄດ້, ລວມເຖິງການໃຊ້ງານພິເສດໃນເວັບໄຊ໌ເປັນຕົ້ນ, ແຕ່ທະນາຄານຈະມີການແຈ້ງກ່ອນລ່ວງໜ້າ, ອີກທັງທະນາຄານແຫ່ງປະເທດຈີນ( ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ ສາມາດເພີ່ມຂໍ້ຈຳກັດໃນການບໍລິການ ຫຼື ສ່ວນສຳຄັນບາງຢ່າງ ຫຼື ຈຳກັດການເຂົ້າຊົມເວັບໄຊ໌ສ່ວນໃດສ່ວນໜຶ່ງ ຫຼື ທັງໝົດໂດຍບໍ່ແຈ້ງລ່ວງໜ້າ ແລະ ບໍ່ຕ້ອງຮັບຜິດຊອບ, ເມື່ອທະນາຄານແຫ່ງປະເທດຈີນ( ຮົງກົງ) ຈໍາກັດສາຂານະຄອນຫຼວງວຽງຈັນ ຢຸດຕິສິດ, ລິດຂະສິດ ແລະ ການອານຸຍາດດັ່ງທີ່ກ່າວມາເບື້ອງຕົ້ນແລ້ວ, ດັ່ງນັ້ນ ທ່ານຄວນຈະທຳລາຍຂໍ້ມູນທັງໝົດທີ່ຖືກຍົກເລີກທັນທີ.