ນະໂຍບາຍຄວາມເປັນສ່ວນຕົວ

ທະນາຄານແຫ່ງປະເທດຈີນ(ຮົງກົງ)ຈຳກັດ ສາຂານະຄອນຫຼວງວຽງຈັນ ປະຕິບັດຕາມກົດໝາຍວ່າດ້ວຍການຮັກສາຄວາມເປັນສ່ວນຕົວ ຂອງ ສປ ລາວ ຢ່າງເຄັ່ງຄັດ ທະນາຄານຈະບໍ່ເປີດເຜີຍຂໍ້ມູນຂອງລູກຄ້າໃຫ້ແກ່ບຸກຄົນທີ່ສາມກ່ອນທີ່ຈະໄດ້ຮັບຄວາມຍິນຍອມຈາກລູກຄ້າ ຫຼື ໄດ້ຮັບອານຸຍາດຈາກກົດໝາຍ ແລະ ຮັກສາຄວາມເປັນສ່ວນຕົວຂອງຂໍ້ມູນຂອງທຸລະກຳທັງໝົດທີ່ເຮັດຜ່ານຊ່ອງທາງເອເລັກໂທນິກ.

ລະບົບການຮັກສາຄວາມເປັນສ່ວນຕົວ

ທະນາຄານແຫ່ງປະເທດຈີນ(ຮົງກົງ)ຈຳກັດ ສາຂານະຄອນຫຼວງວຽງຈັນ ຮັກສາຄວາມເປັນສ່ວນຕົວຂອງຂໍ້ມູນລູກຄ້າຢ່າງເຄັ່ງຄັດ, ຖ້າລູກຄ້າມີຄໍາຖາມທີ່ກ່ຽວກັບນະໂຍບາຍສະບັບນີ້, ກະລຸນາສົ່ງອີເມວໄປຍັງເວັບມາສເຕີ້ຜ່ານຊ່ອງທາງອີເມວບໍລິການຂອງລູກຄ້າ, ທະນາຄານຍິນດີຕອບຄໍາຖາມ.

ທະນາຄານຂໍຮັບຮອງຂໍ້ມູນດັ່ງຕໍ່ໄປນີ້:

  1. ບໍ່ເປີດເຜີຍຂໍ້ມູນສ່ວນບຸກຄົນຂອງລຸກຄ້າ
    ທະນາຄານບໍ່ເປີດເຜີຍຂໍ້ມູນສ່ວນບຸກຄົນ, ຍົກເວັ້ນໃນກໍລະນີທີ່ມີຄວາມຕ້ອງການທາງກົດໝາຍ, ຂໍ້ມູນສ່ວນບຸກຄົນຂອງລຸກຄ້າທີ່ທາງທະນາຄານໄດ້ທໍາການເກັບລວບລວມໄວ້ ຄື ຂໍ້ມູນທີ່ໃຊ້ສໍາລັບວິເຄາະຄວາມຕ້ອງການຂອງລຸກຄ້າເພື່ອໃຫ້ສາມາດເຂົ້າໃຈ ແລະ ໃຫ້ບໍລິການທີ່ຕອບສະໜອງຕໍ່ຄວາມຕ້ອງການຂອງລູກຄ້າໃຫ້ຫຼາຍທີ່ສຸດ, ບໍ່ວ່າກໍລະນີໃດກໍ່ຕາມທະນາຄານຈະບໍ່ເປີດເຜີຍຂໍ້ມູນບັນຊີຂອງລຸກຄ້າໃຫ້ກັບບໍລິສັດໂຄສະນາ, ນອກຈາກໄດ້ຮັບຄໍາສັ່ງຈາກລູກຄ້າ.
  2. ບໍ່ໃຫ້ຂໍ້ມູນສ່ວນຕົວ ແລະ ຂໍ້ມູນບັນທຶກການໃຊ້ອິນເຕີເນັດຂອງລຸກຄ້າແກ່ບຸກຄົນອື່ນ
    ລະບົບຂອງທະນາຄານຈະເກັບລວບລວມຂໍ້ມູນການໃຊ້ເວັບໄຊ, ໃນຂັ້ນຕອນການໃຊ້ບໍລິການໂດຍອັດຕະໂນມັດ, ແຕ່ທະນາຄານຈະບໍ່ເກັບຂໍ້ມຸນ IP ຂອງລຸກຄ້າ ແລະ ຈະບໍ່ເຜີຍແຜ່ຂໍ້ມູນເຫຼົ່ານີ້ກັບບໍລິສັດອື່ນໆ, ຂໍ້ມູນທີ່ທະນາຄານບັນທຶກມີໄວ້ສໍາລັບສະຫຼຸບວິທີການໃຊ້ເວັບໄຊຂອງລຸກຄ້າເພື່ອທໍາການປັບປຸງບໍລິການໃຫ້ດີຍິ່ງຂຶ້ນ, ທະນາຄານແບ່ງປັນຂໍ້ມູນບັນທຶກການໃຊ້ອິນເຕີເນັດຂອງລູກຄ້າກັບບໍລິສັດ ພັນທະມິດ ທີ່ມີຂໍ້ຈໍາກັດການຮັກສາຄວາມເປັນສ່ວນຕົວ, ແຕ່ຈະບໍ່ເປີດເຜີຍຕໍ່ສາທາລະນະຢ່າງແນ່ນອນ, ທະນາຄານຈະບໍ່ຕິດຕາມການໃຊ້ອິນເຕີເນັດຂອງລູກຄ້າໃນເວລາລູກຄ້າເຂົ້າເວັບໄຊ ທີ່ເຊື່ອມໂຍງກັບເວັບໄຊອື່ນໆ, ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວຂອງຂໍ້ມູນສະບັບນີ້ຈະບໍ່ມີຜົນຕໍ່ເວັບໄຊນັ້ນ.
  3. ທະນາຄານມີການໃຊ້ລະບົບທີ່ມີເຕັກໂນໂລຍີຮັກສາຄວາມເປັນສ່ວນຕົວທີ່ປອດໄພ, ຈໍາກັດສິດພະນັກ ງານທີ່ສາມາດເຂົ້າເຖິງຂໍ້ມູນສ່ວນຕົວເຫຼົ່ານີ້ໄດ້, ມີສະເພາະພະນັກງານທີ່ໄດ້ຮັບການມອບອໍານາດເທົ່ານັ້ນທີ່ຈະໄດ້ຮັບສິດເຂົ້າເຖິງຂໍ້ມູນສ່ວນບຸກຄົນຂອງລຸກຄ້າໄດ້ ແລະ ມີກໍາມະທິການປ້ອງກັນຂໍ້ມູນທີ່ທໍາການກວດສອບວ່າທະນາຄານໄດ້ປະຕິບັດຕາມຂໍ້ບັງຄັບວ່າດ້ວຍປ້ອງກັນຂໍ້ມູນຂອງ ສປປ ລາວ.