ທະນາຄານແຫ່ງປະເທດຈີນ (ຮົງກົງ) ຈຳກັດ ສາຂານະຄອນຫຼວງວຽງຈັນ

ທະນາຄານແຫ່ງປະເທດຈີນ (ຮົງກົງ) ຈຳກັດ ສາຂານະຄອນຫຼວງວຽງຈັນ ສ້າງຕັ້ງຂຶ້ນໃນວັນທີ 26 ມີນາ 2015, ທະນາຄານແຫ່ງປະເທດຈີນ (ຮົງກົງ)ຈຳກັດ ສາຂານະຄອນຫຼວງວຽງຈັນ ໄດ້ຖືໃບອະນຸຍາດດຳເນີນທຸລະກິດ ຈາກ ທະນາຄານແຫ່ງ ສປປ ລາວ, ຊຶ່ງສາມາດດຳເນີນການໄດ້ທຸກຜະລິດຕະພັນ ແລະ ການບໍລິການຂອງທະນາຄານ. ໃນເດືອນ ຕຸລາ 2016 ທະນາຄານແຫ່ງປະເທດຈີນໄດ້ຮັບອະນຸມັດຈາກທະນາຄານແຫ່ງ ສປປ ລາວ ໃຫ້ກາຍເປັນທະນາຄານຊໍາລະສະສາງສະກຸນເງິນຢວນ ໃນ ສປປ ລາວ.

ສາຂານະຄອນຫຼວງວຽງຈັນ ທີ່ຂຶ້ນກັບ ທະນາຄານແຫ່ງປະເທດຈີນ, ໄດ້ນໍາໃຊ້ສະກະຍາພາບເຄື່ອຂາຍທີ່ມີໃນຕ່າງປະເທດ, ເປັນມືອາຊີບ ແລະ ມີຄວາມຫຼາກຫຼາຍ, ເພື່ອດຳເນີນທຸລະກິດທີ່ຖືກຕ້ອງຕາມລະບຽບກົດໝາຍ; ສາຂານະຄອນຫຼວງວຽງຈັນ ໃຫ້ບໍລິການທາງດ້ານການເງິນແບບສ່ວນບຸກຄົນ ແລະ ວິສາຫະກິດ, ປະກອບມີ: ຝາກ, ຖອນ, ກູ້ຢືມ, ໂອນ, ການຊຳລະສາກົນ, ການຄ້າ ແລະ ອື່ນໆ. ລູກຄ້າຂອງພວກເຮົາແມ່ນຄົນລາວ, ຄົນຈີນ, ຄົນຕ່າງປະເທດ, ບໍລິສັດຈີນ, ບໍລິສັດລາວ ແລະ ບໍລິສັດຂອງທັງສອງປະເທດທີ່ມີການຕິດຕໍ່ປະສານງານທາງທຸລະກິດນໍາກັນ.

ສາຂານະຄອນຫຼວງວຽງຈັນ ອາໃສເຄືອຂ່າຍສາກົນຂອງ ທະນາຄານແຫ່ງປະເທດຈີນ, ການບໍລິການທົ່ວໂລກ ແລະ ປັດສະຍາຄວາມຄິດຂອງທ້ອງຖິ່ນເພື່ອສ້າງການບໍລິການທີ່ດີໃຫ້ແກ່ການລົງທຶນການຄ້າລະຫວ່າງລາວ ແລະ ຈີນ.