ເງື່ອນໄຂການນໍາໃຊ້

ໂດຍເນື້ອໃນຂອງເວັບໄຊນີ້ຂຽນໂດຍທະນາຄານແຫ່ງປະເທດຈີນ(ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ, ມີຈຸດປະສົງໃນການໃຫ້ຂໍ້ມູນເທົ່ານັ້ນ, ສິດຂອງການໃຊ້ເວັບໄຊນີ້ຢູ່ພາຍໃຕ້ເງື່ອນໄຂ ແລະ ນະໂຍບາຍທີ່ທາງທະນາຄານແຫ່ງປະເທດຮີນ (ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ ໄດ້ເຮັດຂຶ້ນເພື່ອເປັນປະໂຫຍດຕໍ່ການໃຊ້ງານ ແລະ ສ້າງຄວາມເຂົ້າໃຈຂອງລູກຄ້າ, ລຸກຄ້າຄວນອ່ານນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວຂອງຂໍ້ມູນ, ຂໍ້ຄວາມສະຫງວນສິດ, ສິດທາງດ້ານລິຂະສິດ ແລະ ເງື່ອນໄຂສະບັບນີ້ກ່ອນການໃຊ້ງານ, ຖ້າທ່ານບໍ່ເຫັນດີກັບນະໂຍບານດັ່ງກ່າວ, ກະລຸນາງົດການໃຊ້ງານ ຫຼື ດາວໂຫຼດຂໍ້ມູນເວັບໄຊນີ້.

ຈໍາກັດສິດການໃຊ້ງານເວັບໄຊ

ພາຍໃຕ້ຂໍ້ຈໍາກັດ ແລະ ເງື່ອນໄຂຂອງສັນຍາສະບັບນີ້, ທະນາຄານແຫ່ງປະເທດຈີນ ໄດ້ມອບສິດການເຂົ້າຊົມໃຊ້, ເບິ່ງຂໍ້ມູນຈາກເວັບໄຊນີ້ໃຫ້ແກ່ທ່ານ, ແຕ່ບໍ່ມີສິດສະແດງຄວາມເປັນເຈົ້າຂອງຂອງເວັບໄຊນີ້ ແລະ ບໍ່ສາມາດເອົາຂໍ້ມູນເຫຼົ່ານີ້ໄປຂາຍຕໍ່ໄດ້, ທ່ານຈະບໍ່ຂັດຂວາງ ຫຼື ມີຄວາມພະຍາຍາມທີ່ຈະຂັດຂວາງການໃຊ້ງານຂອງເວັບໄຊນີ້, ທ່ານມີສິດດາວໂຫຼດ ຫຼື ຄັດລອກຂໍ້ມູນຈາກເວັບໄຊໄດ້ ແຕ່ຕ້ອງບອກທີ່ມາຂອງຂໍ້ມູນ, ທ່ານບໍ່ສາມາດແກ້ໄຂ ຫຼື ຄັດລອກຂໍ້ມຸນຈາກເວັບໄຊນີ້ ແລະ ນໍາໄປເຜີຍແຜ່ຕໍ່ສາທາລະນະ, ທະນາຄານແຫ່ງປະເທດຈີນ (ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ ສະຫງວນສິດການໃຊ້ຂໍ້ມູນເຫຼົ່ານີ້ໃນເວັບໄຊອື່ນໆ ຫຼື ເຜີຍແຜ່ຜ່ານທາງອິນເຕີເນັດ, ການໃຊ້ຂໍ້ມູນຂອງເວັບໄຊນີ້ໂດຍບໍ່ໄດ້ຮັບການມອບໝາຍ, ອາດເປັນການລະເມີດລິຂະສິດ ແລະ ກົດໝາຍສິນຄ້າ ຫຼື ກົດໝາຍອື່ນໆໄດ້ ແລະ ຕ້ອງລົບຂໍ້ມູນທີ່ດາວໂຫຼດ ຫຼື ເອກະສານທີ່ເກັບໄວ້ທັນທີ.

ການໃຊ້ງານຊອບແວ

ກ່ອນທີ່ດາວໂຫຼດຊອບແວຈາກເວັບໄຊນີ້, ທານຕ້ອງຍິນຍອມເງື່ອນໄຂການໃຊ້ງານຂອງຊອບແວ, ກະລຸນາງົດການດາວໂຫຼດ ຫຼື ຕິດຕັ້ງຊອບແວ ກ່ອນທີ່ທ່ານຈະໄດ້ອ່ານ ແລະ ຍິນຍອມເງື່ອນໄຂການໃຊ້ງານຂອງຊອບແວ.

ບໍລິການສໍາລັບລູກຄ້າ

ທ່ານ ສາມາດໃຊ້ບໍລິການຂອງທະນາຄານແຫ່ງປະເທດຈີນ(ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ ແລະ ເນື້ອຫາຂໍ້ມູນທີ່ກ່ຽວຂ້ອງກັບບໍລິການ ໄດ້ໂດຍມີຈຸດປະສົງທີ່ຖືກຕ້ອງຕາມກົດໝາຍ, ທ່ານບໍ່ມີສິດອັບໂຫຼດເຜີຍແຜ່ ຫຼື ສົ່ງຕໍ່ຄໍາເວົ້າ ຫຼື ຮູບພາບລາມົກອານາຈານ ຫຼື ດູໝີ່ນຄົນອື່ນ ຫຼື ຂໍ້ມູນຂ່າວສານທີ່ລະເມີດກົດໝາຍ ແລະ ຜົນປະໂຫຍດຂອງຜູ້ອື່ນ ຫຼື ຂໍ້ຄວາມທີ່ຈະຂໍເງິນບໍລິຈາກ, ບໍລິການຈາກຜູ້ອື່ນ ແລະ ໂຄສະນາຜ່ານບໍລິການນີ້.