ບັນຊີເງິນຝາກປະຢັດຂອງວິສາຫະກິດ

ບັນຊີເງິນຝາກທີ່ຖອນໄດ້ທຸກເວລາ ທີ່ໃຫ້ລູກຄ້າສາມາດຝາກ ແລະ ຖອນໃນເວລາໃດກໍໄດ້, ນຳໃຊ້ເພື່ອການໂອນ, ການໂອນເງິນອອກ ແລະ ການໂອນເງິນເຂົ້າ ສຳລັບການດໍາເນີນງານຂອງບໍລິສັດ.

ລັກສະນະເດັ່ນຂອງຜະລິດຕະພັນ

  • ບັນຊີສາມາດເປີດເປັນສະກຸນເງິນກີບ (LAK), ໂດລາ ສະຫະລັດ (USD), ຫຍວນ (RMB), ບາດ (THB) ແລະ ເອີໂຣ (EUR);
  • ລູກຄ້າສາມາດຝາກ ຫຼື ຖອນ ໃນສະກຸນເງິນກີບ (LAK), ໂດລາ ສະຫະລັດ (USD), ຫຍວນ (RMB), ບາດ (THB) ແລະ ເອີໂຣ (EUR);
  • ການໂອນເງິນເຂົ້າ ແລະ ການໂອນເງິນອອກ ພາຍໃນປະເທດ ແລະ ຕ່າງປະເທດ.

ສຳລັບລູກຄ້າ

  • ລູກຄ້ານິຕິບຸກຄົນ

ຂັ້ນຕອນການເປີດບັນຊີ

  • ຖືເອກະສານຢັ້ງຢືນຕົວຕົນຂອງບໍລິສັດເຂົ້າມາເປີດທີ່ທະນາຄານ.

ເອກະສານປະກອບ

  1. ໃບທະບຽນວິສາຫະກິດ (ຕົ້ນສະບັບ);
  2. ໃບທະບຽນອາກອນ (ຕົ້ນສະບັບ);
  3. ກົດລະບຽບບໍລິສັດ (ຕົ້ນສະບັບ);
  4. ເອກະສານຢັ້ງຢືນຕົວຕົນຂອງຜູ້ຖືຮຸ້ນ ແລະ ຜູ້ບໍລິຫານລະດັບສູງ (ຕົ້ນສະບັບ);
  5. ເອກະສານຢັ້ງຢືນຕົວຕົນຂອງຜູ້ຕາງໜ້າບໍລິສັດ.
  6. ເອກະສານຢັ້ງຢືນຕົວຕົນຂອງຜູ້ຖືກມອບສິດເປີດບັນຊີແທນ (ຕົ້ນສະບັບ) ;
  7. ໃບມອບສິດ ແລະ ເອກະສານອື່ນທີ່ກ່ຽວຂ້ອງທີ່ທະນາຄານກໍານົດໃຫ້ສະໜອງ.

ຄຳເຕືອນ

ເອກະສານທີ່ຕ້ອງສະໜອງຂ້ອນຄັ້ງຫຼາຍ, ຫາກມີສິງໃດບໍ່ເຂົ້າໃຈ ຫຼື ຕ້ອງການສອບຖາມ, ກະລຸນາສາມາດຕິດຕໍ່ທະນາຄານໄດ້ທີ່ເບີ: 00856-21-228888 ໂອນສາຍ 153/171