ບັນຊີເງິນຝາກປະຈໍາຂອງວິສາຫະກິດ
ບັນຊີເງິນຝາກປະຈໍາຂອງວິສາຫະກິດ ຫມາຍເຖິງການຝາກເງີນຕາມໄລຍະເວລາ ໂດຍລູກຄ້າວິສາຫະກິດ.ເມື່ອຄົບກໍານົດຈະຄິດໄລ່ອັດຕາດອກເບ້ຍຕາມທີ່ວິສາຫະກິດໄດ້ຕົກລົງກັບທະນາຄານ. ປັດຈຸບັນທະນາ ຄານແຫ່ງປະເທດຈີນ (ຮົງກົງ) ສາຂານະຄອນຫຼວງວຽງຈັນ ໄດ້ຮອງຮັບການຝາກເງິນປະຈຳເປັນສະກຸນເງິນກີບ, ໂດລາ, ບາດ, ຢວນ.
ລັກສະນະເດັ່ນຂອງຜະລິດຕະພັນ
- ເມື່ອປຽບທຽບໃສ່ບັນຊີຝາກປະຢັດຈະມີອັດຕາດອກເບ້ຍທີ່ສູງກວ່າ.
- ລູກຄ້າສາມາດກໍານົດເວລາໃນການຝາກໄດ້, ຂັ້ນຕໍ່າ 1 ປີ.
ສຳລັບລູກຄ້າ
- ລູກຄ້ານິຕິບຸກຄົນ
ຂັ້ນຕອນການເປີດບັນຊີ
- ລູກຄ້າຈະຕ້ອງຂຽນໃບສະເຫນີຂໍເປີດບັນຊີຝາກປະຈໍາເປັນລາຍລັກອັກສອນແລ້ວສົ່ງໃຫ້ທະນາຄານ
ເອກະສານປະກອບ
- ລູກຄ້ານິຕິບຸກຄົນທີ່ເປີດບັນຊີຝາກປະຢັດແລ້ວບໍ່ຈໍາເປັນຕ້ອງສະຫນອງເອກະສານເພີ່ມ.