ການຊື້-ຂາຍເງິນຕາຕ່າງປະເທດໃນປະຈຸບັນ
ຄໍາແນະນໍາຜະລິດຕະພັນ
ການຊື້-ຂາຍເງິນຕາຕ່າງປະເທດໃນປະຈຸບັນ ໝາຍຄວາມວ່າ ທັງສອງຝ່າຍ ໄດ້ຕົກລົງກັນໃນການຊື້-ຂາຍອັດຕາແລກປ່ຽນໃນປະຈຸບັນຂອງຕະຫຼາດເງິນຕາຕ່າງປະເທດໃນມື້ດຽວກັນ ແລະ ສໍາເລັດການສົ່ງມອບເງິນຕາຕ່າງປະເທດໃນມື້ເຮັດວຽກທີສອງພາຍຫຼັງມື້ເຮັດທຸລະກໍາ (T+ 2).
ລັກສະນະເດັ່ນຂອງຜະລິດຕະພັນ
- ລູກຄ້າໄວ້ວາງໃຈທະນາຄານດ້ວຍການຊື້ສະກຸນເງິນໜຶ່ງ ແລະ ຂາຍສະກຸນອີ່ນ, ເພື່ອບັນລຸການແລກປ່ຽນລະຫວ່າງສະກຸນເງິນຕ່າງປະເທດທີ່ແຕກຕ່າງກັນ.
- ຜະລິດຕະພັນນີ້ໄດ້ປະຕິບັດຕາມອັດຕາທີ່ກໍານົດໂດຍກົງ, ຊຶ່ງໃກ້ຄຽງກັບລະດັບລາຄາຕະຫຼາດ ແລະ ຈະຫຼຸດຜ່ອນຕົ້ນທຶນທຸລະກໍາສໍາລັບລູກຄ້າ.
ສຳລັບລູກຄ້າ
- ສາມາດນໍາໃຊ້ກັບລູກຄ້າທີ່ມີຄວາມຕ້ອງການຂອງທຸລະກໍາເງິນຕາຕ່າງປະເທດສໍາລັບການນໍາເຂົ້າ ແລະ ການສົ່ງອອກຂອງບໍລິສັດໃນການຊຳລະທາງການຄ້າ, ການຈ່າຍເງິນສິນເຊື່ອ ແລະ ອື່ນໆ.
- ລູກຄ້າເປີດບັນຊີສະກຸນເງິນຕາຕ່າງປະເທດໃນທະນາຄານ.
ຂັ້ນຕອນການເປີດ
- ສອບຖາມລາຄາ ຜູ້ສະໝັກສາມາດຕົກລົງລາຍລະອຽດການຊື້ຂາຍເງີນຕາຕ່າງປະເທດລ່ວງໜ້າໂດຍການມອບສິດເປັນລາຍລັກອັກສອນ ເພື່ອສອບຖາມລາຄາກັບທະນາຄານແຫ່ງປະເທດຈີນ
- ການຕົກລົງຊື້ຂາຍ ເມື່ອຕົກລົງຊື້ຂາຍກັນແລ້ວທະນາຄານແຫ່ງປະເທດຈີນຈະສົ່ງການຢືນຢັນການຊື້ຂາຍທີ່ເປັນລາຍລັກອັກສອນໃຫ້ແກ່ລູກຄ້າ
- ການຊຳລະບັນຊີ ຈະຊຳລະໃຫ້ເຕັມຈຳນວນໃນມື້ຄົບກຳນົດຊຳລະ
ເອກະສານປະກອບ
- ສຳລັບການຊື້ຂາຍເງິນຕາຕ່າງປະເທດໃນປະຈຸບັນ ລູກຄ້າຕ້ອງສະໜອງບັດປະຊາຊົນພ້ອມລາຍເຊັນຢັ້ງຢືນ
ຄຳເຕືອນ
- ຖ້າຫາກວ່າມື້ຄົບກຳນົດບໍ່ແມ່ນມື້ເຮັດວຽກຂອງທະນາຄານຫຼືວັນພັກ ມັນຈະຖືກເລື່ອນອອກໄປ
- ທະນາຄານແຫ່ງປະເທດຈີນຍັງສາມາດດຳເນີນທຸລະກຳແລກປ່ຽນເງີນຕາໂດຍການເຮັດທຸລະກຳໃນມື້ດຽວກັນ ມື້ຄົບກຳນົດໃນມື້ດຽວກັນ ແລະການດຳເນີນການຊື້ຂາຍໃນມື້ດຽວກັນແລະມື້ຄົບກຳນົດຕໍ່ມື້ຕາມການຮ້ອງຂໍຂອງລູກຄ້າ