ບັດເດບິດ

ຄໍາແນະນໍາຜະລິດຕະພັນ

ບັດເດບິດຂອງ ທະນາຄານແຫ່ງປະເທດຈີນ (ຮົງກົງ) ສາຂານະຄອນຫຼວງວຽງຈັນ ເປັນຫນື່ງໃນເຄື່ອງມືເພື່ອອໍານວຍຄວາມສະດວກແລະເພີ່ມຄວາມປອດໄພໃຫ້ແກ່ລູກຄ້າໃນດ້ານການເຮັດທຸລະກໍາດ້ານການເງີນ, ບັດຂອງທະນາຄານແຫ່ງປະເທດຈີນ (ຮົງກົງ) ສາຂານະຄອນຫຼວງວຽງຈັນແມ່ນສາມາດນໍາໃຊ້ໄດ້ທີ່ປ່ອງບໍລິການຂອງທາງທະນາຄານເອງ ແລະ ຕູ້ເອທີເອມທີ່ຮອງຮັບອົງກອນບັດຢູນຽນ (Union).

ລັກສະນະເດັ່ນຂອງຜະລິດຕະພັນ

  • ບັດຫນື່ງໃບສາມາດນໍາໃຊ້ໄດ້ 5 ສະກຸນເງີນເຊີ່ງລວມມີ: ສະກຸນເງິນກີບ, ສະກຸນເງີນບາດ, ສະກຸນເງີນໂດລາ, ສະກຸນເງີນຢວນ ແລະ ສະກຸນເງີນຢູໂຣ.
  • ບັດເດບິດຂອງທະນາຄານແຫ່ງປະເທດຈີນ (ຮົງກົງ) ສາຂານະຄອນຫຼວງວຽງຈັນ ສາມາດນໍາໃຊ້ໄດ້ທີ່ຕູ້ເອທີເອັມຂອງທະນາຄານເອງ ແລະ ຕູ້ເອທີເອັມທະນາຄານອື່ນທົ່ວໂລກທີ່ຮອງຮັບບັດຢູນຽນ (Union) ໃນການເຮັດທຸລະກໍາຖອນເງິນ ແລະ ກວດຍອດເງີນໃນບັນຊີຕະຫລອດ 24 ຊົ່ວໂມງ.
  • ອໍານວຍຄວາມສະດວກໃນການຊໍາລະຄ່າສິນຄ້າຫຼືບໍລິການ, ສາມາດນໍາໃຊ້ກັບຮ້ານຄ້າທີ່ເປີດບໍລິການ ຊໍາລະກັບທະນາຄານແຫ່ງປະເທດຈີນ (ຮົງກົງ) ສາຂານະຄອນຫຼວງວຽງຈັນ ຫຼື ຮ້ານຄ້າຕ່າງໆທີ່ຮອງຮັບບັດຢູນຽນ (ເຊັ່ນ : ຫ້າງຊັບປະສິນຄ້າ, ໂຮງແຮມ, ຮ້ານອາຫານ ແລະ ອື່ນໆ), ພຽງແຕ່ມີບັດໄວ້ໃນມືກໍສາມາດຫຼຸດຜ່ອນການຖືເງິນສົດຂອງລູກຄ້າ.

ສຳລັບລູກຄ້າ

  • ສໍາລັບລູກຄ້າທີ່ເປີດບັນຊີຝາກປະຢັດກັບທະນາຄານຂອງພວກເຮົາ

ຂັ້ນຕອນການເປີດ

  • ລູກຄ້າເຂົ້າມາເປີດບໍລິການດ້ວຍຕົນເອງທີ່ເຄົ້າເຕີ້ຂອງທະນາຄານ.

ເອກະສານປະກອບ

  • ບັດປະຈຳຕົວ ຫຼື ພາສປອດທີ່ຍັງນໍາໃຊ້ໄດ້.

ຄຳເຕືອນ

ເພື່ອຄວາມປອດໄພຂອງລູກຄ້າ, ກໍລະນີນໍາໃຊ້ບັດເດບິດຂອງທະນາຄານແຫ່ງປະເທດຈີນ (ຮົງກົງ) ສາຂານະຄອນຫຼວງວຽງຈັນໄປຖອນເງີນທີ່ຕູ້ເອທີເອັມຢູ່ປະເທດຈີນ ແມ່ນຈະມີວົງເງີນໃນການຖອນເງີນສົດປະຈຳວັນ 10.000 ຢວນ/ມື້, ວົງເງີນສະສົມປະຈໍາປີ 300.000 ຢວນ/ປີ.

ສິດທິພິເສດ

ບັດເດບິດ ຂອງລູກຄ້າສ່ວນບຸກຄົນທະນາຄານແຫ່ງປະເທດຈີນ (ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນແມ່ນນໍາໃຊ້ເຄື່ອງໝາຍໂລໂກ້    ຂອງທະນາຄານແຫ່ງປະເທດຈີນ , ໃນເວລາຊໍາລະຄ່າສິນຄ້າກັບຮ້ານຄ້າທີ່ກໍານົດຢູ່ທີ່ ຮົງກົງ, ແມ່ນຈະໄດ້ຮັບສ່ວນຫຼຸດ ຫຼື ສິດທິພິເສດ, ເຊິ່ງລາຍລະອຽດແມ່ນສາມາດກົດລີ້ງ.

*  ສິດທິພິເສດບັດເດບິດທີ່ອອກໂດຍທະນາຄານແຫ່ງປະເທດຈີນ (ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ ແມ່ນຈະຕ້ອງມີເຄື່ອງໝາຍໂລໂກ້ ຂອງທະນາຄານແຫ່ງປະເທດຈີນ, ສິດທິພິເສດດັ່ງກ່າວນີ້ແມ່ນນໍາໃຊ້ໄດ້ເຖິງວັນທີ 31 ທັນວາ 2023, ລາຍລະອຽດຂອງສິດທິພິເສດ ແລະ ຂໍ້ກໍານົດແມ່ນສາມາດສອບຖາມກັບບັນດາຮ້ານຄ້າທີ່ກ່ຽວຂ້ອງ.