ເງິນຝາກປະຢັດສ່ວນບຸກຄົນ
ຄໍາແນະນໍາຜະລິດຕະພັນ
ບັນຊີເງິນຝາກທີ່ຖອນໄດ້ທຸກເວລາ ໃຫ້ທ່ານເຂົ້າເຖິງເງິນທຶນຂອງທ່ານທັນທີຕາມຄວາມຕ້ອງການ. ນອກນັ້ນທ່ານຍັງມີທາງເລືອກຫຼາຍຢ່າງເພື່ອຊ່ວຍຮັກສາສະກຸນເງິນຕ່າງປະເທດຂອງທ່ານເຊັ່ນໂດລາສະຫະລັດ (USD), ຫຍວນ (RMB), ບາດ (THB) ແລະ ເອີໂຣ (EUR).
ລັກສະນະເດັ່ນຂອງຜະລິດຕະພັນ
- ສະກຸນເງິນທີ່ມີຢູ່ປະກອບມີ LAK, USD, RMB, THB ແລະ EUR.
- ເງິນຝາກປະຢັດສາມາດໂອນລະຫວ່າງບັນຊີຂອງລູກຄ້າ ຫຼື ບັນຊີບຸກຄົນທີສາມຂອງທະນາຄານແຫ່ງປະເທດຈີນ.
- ສາມາດນໍາໃຊ້ສໍາລັບການໂອນເງິນພາຍໃນປະເທດ ແລະ ຕ່າງປະເທດ ແລະ ການຈ່າຍເງິນໃນບັນຊີ.
- ບັນຊີນີ້ ຍັງສ້າງດອກເບ້ຍໃນປະຈຸບັນ.
ສຳລັບລູກຄ້າ
- ປະຊາຊົນລາວ, ຜູ້ທີ່ຢູ່ອາໄສຖາວອນ, ຄົນຕ່າງປະເທດຜູ້ທີ່ຖືໃບອະນຸຍາດເຮັດວຽກ ຫຼື ໃບອະນຸຍາດທີ່ຢູ່ອາໄສຊົ່ວຄາວທີ່ມີບັດປະຈໍາຕົວ ຫຼື ໜັງສືຜ່ານແດນທີ່ຖືກຕ້ອງ.
ຂັ້ນຕອນການເປີດ
- ຖືບັດຢັ້ງຢືນຕົວຕົນທີ່ຍັງມີຜົນນຳໃຊ້ເຂົ້າມາເປີດບັນຊີທີ່ທະນາຄານ
ເອກະສານປະກອບ
ສຳລັບບຸກຄົນທີ່ເປັນເປັນປະຊາຊົນລາວ/ສັນຊາດລາວ: ບັດປະຈຳຕົວ ຫຼື ໜັງສືຜ່ານແດນ.
ສຳລັບບຸກຄົນທີເປັນຄົນຕ່າງປະເທດ/ຕ່າງຊາດ: ໜັງສືຜ່ານແດນ ແລະ ໃບອະນຸຍາດທີ່ຢູ່ອາໄສຊົ່ວຄາວ ຫຼື ໃບອະນຸຍາດເຮັດວຽກ.
ຄຳເຕືອນ
- ການເປີດບັນຊີເງິນຝາກປະຢັດສວ່ນບຸກຄົນ ແມ່ນບໍ່ສາມາດເປີດແທນໄດ້ ເຖິງວ່າຈະມີການມອບສິດກໍ່ຕາມ.
- ຖອນເງິນເກີນຫຼືເທົ່າກັບ 5000 ໂດລາ ຫຼື 5000 ຢວນ, ລູກຄ້າຕ້ອງນັດໄວ້ລ່ວງໜ້າ 01 ວັນ(ສາມາດໂທນັດຜ່ານທັງໂທລະສັບ).