ເງິນຝາກປະຈໍາສ່ວນບຸກຄົນ
ຄໍາແນະນໍາຜະລິດຕະພັນ
ບັນຊີເງິນຝາກປະຈໍາ ເປັນບັນຊີສະສົມເງິນຕາມກໍານົດເວລາ ແຕ່ບໍ່ສາມາດນໍາໃຊ້ໂອນເງິນ ຫຼື ຮັບເງິນໂອນຈາກບັນຊີອື່ນໄດ້
ລັກສະນະເດັ່ນຂອງຜະລິດຕະພັນ
- ທະນາຄານແຫ່ງປະເທດຈີນ (ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ ໄດ້ສະຫນອງບໍລິການບັນຊີເງິນຝາກປະຈຳ 4 ສະກຸນເງິນໄດ້ແກ່ : ກີບ, ຢວນ, ໂດລາ ແລະ ບາດ.
- ບັນຊີເງິນຝາກປະຈໍາ ມີໄລຍະເວລາການຝາກໃຫ້ເລືອກ 6 ແບບເຊັ່ນ : 3 ເດືອນ, 6 ເດືອນ, 12 ເດືອນ, 18 ເດືອນ, 24 ເດືອນ ແລະ 36 ເດືອນ.
- ເມື່ອບັນຊີຄົບໄລຍະເວລາທີ່ກຳນົດ ລູກຄ້າສາມາດເລືອກທີ່ຈະຝາກຕໍ່ໄດ້ໂດຍອັດຕະໂນມັດ, ລູກຄ້າຍັງສາມາດຖອນໄດ້ຄົບຈຳນວນເງິນ.
- ເມື່ອປຽບທຽບກັບບັນຊີເງິນຝາກປະຢັດແລ້ວ ແມ່ນໄດ້ຮັບອັດຕາດອກເບ້ຍທີ່ສູງກ່ວາ.
- ບໍ່ທີຄ່າທຳນຽມໃນການຈັດການດ້ານບັນຊີ.
- ອັດຕາດອກເບ້ຍແມ່ນອິງຕາມຕາຕະລາງອັດຕາດອກເບ້ຍເງິນຝາກສ່ວນບຸກຄົນສະບັບລ້າສຸດທີ່ອອກໂດຍທະນາຄານ.
ສຳລັບລູກຄ້າ
ຕອບສະຫນອງຕາມເງື່ອນໄຂການເປີດບັນຊີຝາກປະຈໍາຂອງລູກຄ້າບຸກຄົນ.
ຂັ້ນຕອນການເປີດ
ລູກຄ້ານໍາເອກະສານຢັ້ງຢືນຕົວຕົນເຂົ້າມາເປີດບັນຊີດ້ວຍຕົນເອງທີ່ທະນາຄານ.
ເອກະສານປະກອບ
ລູກຄ້າສັນຊາດລາວ : ບັດປະຈໍາໂຕ ຫຼື ຫນັງສືເດິນທາງ ສະບັບແທ້;
ລູກຄ້າຕ່າງປະເທດ : ຫນັງສືເດິນທາງ, ໃບອະນຸຍາດພັກເຊົາ ຫຼື ໃບອະນຸຍາດເຮັດວຽກ ສະບັບແທ້.
ຄຳເຕືອນ
ບັນຊີເງິນຝາກປະຈໍາສາມາດຖອນໄດ້ກ່ອນຈະຄົບກໍານົດ, ສ່ວນທີ່ຖອນກ່ອນ ທະນາຄານຈະຄິດໄລ່ອັດຕາດອກເບ້ຍຕາມ ບັນຊີເງິນຝາກປະຢັດ.