ບັນຊີທະນາຄານ
ຄໍາແນະນໍາການບໍລິການ
ບໍລິການກວດສອບຂໍ້ມູນ ແລະ ບໍລິຫານບັນຊີທີ່ລູກຄ້າເປີດບັນຊີໄວ້ກັບທະນາຄານແຫ່ງປະເທດຈີນ(ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ, ໂດຍສາມາດກວດສອບຍອດເງິນທີ່ຍັງເຫຼືອ(Account Balance) , ລາຍການທຸລະກໍາ ແລະ ຂໍ້ມູນບັນຊີອື່ນໆແບບອອນລາຍຜ່ານທາງບໍລິການທະນາຄານເທິງອິນເຕີເນັດ.
ບໍລິການ
- ລາຍການບັນຊີ: ສະແດງຂໍ້ມູນຂອງບັນຊີ, ເຊັ່ນ: ປະເພດຂອງບັນຊີ, ໝາຍເລກບັນຊີ ແລະ ຍອດເງິນເປັນຕົ້ນ, ສາມາດກວດສອບຍອດເງິນທີ່ຍັງເຫຼືອ, ລາຍລະອຽດບັນຊີທັງໝົດເພື່ອກວດສອບສະຖານະການປ່ຽນແປງ ແລະ ການຈັດການເງິນສົດທີ່ເໝາະສົມ.
- ລາຍການດ້ານບັນຊີ: ກວດສອບລາຍການເຄື່ອນໄຫວຫຼ້າສຸດ ຫຼື ຍ້ອນຫຼັງ, ລວມເຖິງການດາວໂຫຼດຂໍ້ມູນທັງໝົດທີ່ສາມາດເລືອກຊ່ວງເວລາຕາມທີ່ຕ້ອງການ.
- ລາຍລະອຽດບັນຊີບັນຊີເງິນຝາກປະຈໍາ: ກວດສອບສະຖານະທາງບັນຊີ, ສະກູນເງິນ, ຍອດເງິນທີ່ຍັງເຫຼືອຂອງບັນຊີເງິນຝາກປະຈໍາ.
- ບໍລິການຈັດການບັນຊີ: ຕັ້ງຊື່ຫຍໍ້(Alias Name) ໃຫ້ກັບບັນຊີ, ເພື່ອຄວາມສະດວກໃນການຈື່ໄດ້ງ່າຍ ແລະ ການຍົກເລີກບໍລິການບັນຊີອິນເຕີເນັດແບັງຄີ້ງ.
ສໍາລັບລູກຄ້າ
ລູກຄ້າບຸກຄົນທີ່ສະໝັກໃຊ້
ບໍລິການທະນາຄານເທິງອິນເຕີເນັດ.
ຂອງທະນາຄານແຫ່ງປະເທດຈີນ (ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ.
ເງື່ອນໄຂການສະໝັກ
ລູກຄ້າສ່ວນບຸກຄົນທີ່ສະໝັກໃຊ້ບໍລິການອິນເຕີເນັດແບັງຄີ້ງຂອງທະນາຄານແຫ່ງປະເທດຈີນ (ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ.
ວັນເວລາໃຫ້ບໍລິການ
ໃຫ້ບໍລິການທຸກມື້ຕະຫຼອດ 24 ຊົ່ວໂມງ
ຄໍາເຕືອນ
ລູກຄ້າສາມາດກວດສອບລາຍການບັນຊີຍ້ອນຫຼັງໄດ້ 3 ເດືອນ ພາຍໃນຊ່ວງເວລາ 1 ປີ.