ທະນາຄານເທິງອິນເຕີເນັດສຳລັບລູກຄ້ານິຕິບຸກຄົນ

ການໃຫ້ບໍລິການທະນາຄານເທິງອິນເຕີເນັດ ເພື່ອຄົ້ນຫາ ແລະ ກວດສອບຂໍ້ມູນໂອນເງິນ, ເບິ່ງຍອດສີນເຊື່ອ ແລະ ຫຼັກຊັບອອນລາຍ, ລວມເຖິງການລົງທືນ ແລະ ຈັດການດ້ານການເງິນເປັນຕົ້ນຜ່ານລະບົບອິນເຕີເນັດ, ເຮັດໃຫ້ລູກຄ້າສາມາດຈັດການ ແລະ ບໍລິຫານບັນຊີແລະ ການລົງທຶນສໍາລັບບຸກຄົນໄດ້ຢ່າງສະດວກ ແລະ ປອດໄພ, ດ້ວຍບໍລິການທະນາຄານເທິງອິນເຕີເນັດ.

ທະນາຄານແຫ່ງປະເທດຈີນ ຍິນດີໃຫ້ບໍລິການທາງດ້ານການທາງດ້ານການເງິນໃຫ້ແກ່ລູກຄ້າ, ໃຫ້ສາມາດບໍລິຫານຈັດການໄດ້ດ້ວຍຕົນເອງ(Self – Service)ຢ່າງຄົບຖ້ວນ, ມີປະສິດທິພາບ ແລະ ຄວາມປອດໄພ, ເພື່ອຕອບສະໜອງຄວາມຕ້ອງການໃນປະຈຸບັນ, ໃຫ້ສາມາດເຮັດທຸລະກໍາໄດ້ທຸກທີ່ທຸກເວລາ, ສະດວກ ແລະ ວ່ອງໄວ, ໂດຍບໍ່ຕ້ອງເດີນທາງມາທະນາຄານ.

ຈຸດເດັ່ນຂອງທະນາຄານເທິງອິນເຕີເນັດ

  • ເຮັດທຸລະກໍາຜ່ານທາງອິນເຕີເນັດ
  • ສະດວກວ່ອງໄວ, ມີປະສິດທິພາບ ແລະ ໜ້າເຊື່ອຖື, ໂດຍບໍ່ຈໍາກັດເວລາ ແລະ ສະຖານທີ່
  • ໃຊ້ງານງ່າຍເມື່ອປຽບທຽບກັບບໍລິການດັ້ງເດີມຂອງທະນາຄານ, ດັ່ງນີ້:
    ຫຼຸດຕົ້ນທຶນການປະກອບທຸລະກິດ, ເນື່ອງຈາກສາມາດເຮັດທຸລະກໍາທາງການເງິນຜ່ານອິນເຕີເນັດ, ຈຶ່ງເປັນການຫຼຸດຄ່າໃຊ້ຈ່າຍໃຫ້ດ້ານບຸກຄະລາກອນ ແລະ ເຮັດໃຫ້ລະບົບການປະຕິບັດງານຂອງທະນາຄານເຮັດວຽກໄດ້ຢ່າງມີປະສິດທິພາບຍິ່ງຂຶ້ນ.
    ບໍ່ຈໍາກັດເວລາ ແລະ ສະຖານທີ່, ຊ່ວຍໃຫ້ຂະຫຍາຍກຸ່ມລູກຄ້າໄດ້ຢ່າງກວ້າງຂວາງ.

ການໃຫ້ບໍລິການຜ່ານ BOCNET

  • ບໍລິຫານບັນຊີທະນາຄານ: ກວດສອບຍອດເງິນ ແລະ ການເຄື່ອນໄຫວລາຍການບັນຊີ(ລາຍການລ່າສຸດ ແລະ ຍ້ອນຫຼັງ.
  • ການໂອນເງິນ: ໂອນເງິນຜ່ານທະນາຄານເທິງອິນເຕີເນັດໄດ້ທຸກບ່ອນທຸກເວລາ, ໂດຍໂອນເງິນສະກຸນເງິນກີບ, ບາດ, ໂດລາ ຫຼື ເງິນຢວນ, ລວມເຖິງການໃຫ້ບໍລິການຈ່າຍເງິນເດືອນ ແລະ ໂອນເງິນເປັນກຸ່ມ, ບໍລິການສ້າງສິດເພື່ອຄວາມສະດວກໃນການໂອນເງິນ ແລະ ກວດກສອບການເງິນພາຍໃນບໍລິສັດ, ເຮັດໃຫ້ເງິນທຶນມີຄວາມປອດໄພຫຼາຍຍິ່ງຂຶ້ນ.
  • ການຕັ້ງຄ່າບໍລິການ(Self – management): ແກ້ໄຂລະຫັດຜ່ານ ແລະ ຕັ້ງຄ່າຂໍ້ມູນສ່ວນຕົວໃນທະນາຄານເທິງອິນເຕີເນັດຕາມຄວາມຕ້ອງການໄດ້ທຸກເວລາ.

ສໍາລັບລູກຄ້າ

ລູກຄ້ານິຕິບຸກຄົນຂອງທະນາຄານແຫ່ງປະເທດຈີນ (ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ

ວັນເວລາໃນການໃຫ້ບໍລິການ

ໃຫ້ບໍລິການທຸກວັນຕະຫຼອດ 24 ຊົ່ວໂມງ

ຂັ້ນຕອນການສະໝັກ

ກະລຸນາຂໍຮັບສະໝັກບໍລິການທີ່ພະແນກການທະນາຄານຂອງທະນາຄານແຫ່ງປະເທດຈີນ (ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ, ໂດຍໃຊ້ເອກະສານຢັ້ງຢືນຂອງບໍລິສັດທີ່ຈະໃຊ້ງານທະນາຄານເທິງອິນເຕີເນັດ, ເຊິ່ງທະນາຄານຈະເປີດທະນາຄານເທິງອິນເຕີເນັດໃຫ້ພາຍຫຼັງທີ່ໄດ້ກວດສອບເອກະສານ.

ຄໍາເຕືອນ

ເພື່ອຄວາມປອດໄພ ກະລຸນາປ່ຽນຊື່ຜູ້ໃຊ້ ແລະ ລະຫັດຜ່ານຂອງທ່ານທັນທີຫຼັງຈາກທີ່ທາງທະນາຄານເປີດບໍລິການໃຫ້ທ່ານ.