ແຈ້ງການດ້ານຄວາມປອດໄພ
ຮຽນລຸກຄ້າທີ່ໃຊ້ບໍລິການອິນເຕີເນັດແບັງຄີ້ງຂອງທະນາຄານແຫ່ງປະເທດຈີນ
ເນື່ອງຈາກທະນາຄານແຫ່ງປະເທດຈີນ ມຸ່ງໝັ້ນທີ່ຈະໃຫ້ບໍລິການອິນເຕີເນັດແບັງຄີ້ງທີ່ດີ ແລະ ມີຄວາມປອດໄພສູງເພື່ອໃຫ້ການເຮັດທຸລະກໍາທາງອິນເຕີເນັດມີຄວາມປອດໄພ ແລະ ມີຄວາມໜ້າເຊື່ອຖືຍິ່ງຂຶ້ນ, ດັ່ງນັ້ນ, ກະລຸນາເບິ່ງລາຍລະອຽດດ້ານລຸ່ມເມື່ອທ່ານໃຊ້ບໍລິການອິນເຕີເນັດແບັງຄີ້ງຂອງທະນາຄານແຫ່ງປະເທດຈີນ ດັ່ງນີ້:
- ເວັບໄຊ໌ເຂົ້າສູ່ລະບົບທີ່ຖືກຕ້ອງ:
ເຂົ້າເວັບໄຊ໌: http://www.bankofchina.com.la ເພື່ອເຂົ້າໃຊ້ງານລະບົບ, ໃນມຸມດ້ານຂວາມືເບື້ອງເທິງຂອງເວັບໄຊ໌ມີລີ້ງເຂົ້າສູ່ລະບົບບໍລິການອອນລາຍສຳລັບຜູ້ໃຊ້ຕ່າງປະເທດ ທ່ານຈະເບິ່ງເຫັນຂໍ້ຄວາມຕ້ອນຮັບທີ່ທ່ານຕັ້ງໄວ້ຫຼັງເຂົ້າລະບົບບໍລິການທະນາຄານອອນລາຍຂອງທະນາຄານແຫ່ງປະເທດຈີນ. - ລະວັງເວັບໄຊ໌ຟີສຊີ້ງ(ເວັບໄຊ໌ທີ່ຫຼອກລວງ)
ຫາກມີຂໍ້ຄວາມສົງໃສໃດໆ ກະລຸນາຕິດຕໍ່ທາງບໍລິການສາຍດ່ວນ ບໍລິການລູກຄ້າຂອງທະນາຄານແຫ່ງປະເທດຈີນ. - ເກັບຮັກສາຊື່ຜູ້ໃຊ້ ແລະ ລະຫັດຜ່ານໃຫ້ດີ
ບໍ່ວ່າກໍລະນີໃດໆ ທະນາຄານແຫ່ງປະເທດຈີນຈະບໍ່ສອບຖາມລະຫັດຜ່ານກັບທ່ານ, ຢ່າບອກລະຫັດຜ່ານຂອງທ່ານໃຫ້ແກ່ບຸກຄົນອື່ນ(ລວມທັງພະນັກງານທະນາຄານຫຼືຕຳຫຼວດ) ແລະ ຍ່າເຊື່ອພຶດຕິກຳໃດໆ, ທີ່ຕົວະເອົາຊື່ຜູ້ໃຊ້ (ໝາຍເລກບັດເຂົ້າລະບົບ) ແລະ ລະຫັດຜ່ານຂອງທະນາຄານອອນລາຍ ອາດຊະຍາກຳອາດຈະສອບຖາມໝາຍເລກບັດທະນາຄານ ຊື່ຜູ້ໃຊ້ ແລະ ລະຫັດຜ່ານກັບທ່ານ ດ້ວຍອີເມວ ຈົດໝາຍ ໂທລະສັບ SMS ແລະອື່ນໆ ຖ້າທ່ານມີຂໍ້ສົງໃສໃດໆ ກະລຸນາໂທສາຍດ່ວນບໍລິການລູກຄ້າຂອງທະນາຄານແຫ່ງປະເທດຈີນ ຫຼື ສົ່ງຈົດໝາຍ ຕອບໃນລະບົບທະນາຄານອອນລາຍ. - ຫຼີກລ້ຽງຕັ້ງລະຫັດຜ່ານດ້ວຍໝາຍເລກ ຫຼື ອັກສອນທີ່ເດົາໄດ້ງ່າຍ
ເຊັ່ນ: ວັນເກີດ, ໝາຍເລກໂທລະສັບ, ໝາຍເລກປ້າຍທະບຽນລົດ ແລະ ອື່ນໆ, ຄວນຕັ້ງລະຫັດຜ່ານທີ່ປະກອບດ້ວຍໝາຍເລກ ແລະ ຕົວອັກສອນ(ໂຕພິມໃຫຍ່ ແລະ ໂຕພິມນ້ອຍ)ທີ່ຄາດເດົາຍາກ, ລູກຄ້າຄວນຫຼີກລ້ຽງໃຊ້ລະຫັດຜ່ານດຽວກັນກັບລະຫັດເຂົ້າລະບົບການໃຊ້ບໍລິການອິນເຕີເນັດອື່ນໆ(ເຊັ່ນ ໃຊ້ເປັນລະຫັດຂອງການເຊື່ອມຕໍ່ອິນເຕີເນັດ ຫຼື certificate ແລະອື່ນໆ. - ປ່ຽນລະຫັດຜ່ານຂອງອິນເຕີເນັດແບັງຄີ້ງໃຫ້ເປັນໄລຍະ
ກະລຸນາຍ່າຂຽນຊື່ຜູ້ໃຊ້ ແລະ ລະຫັດຜ່ານຂອງທ່ານໃສ່ເຈ້ຍ ຫຼື ໂນດໃດໆ, ຢ່າບອກຊື່ຜູ້ໃຊ້ ແລະ ລະຫັດຜ່ານຂອງທ່ານໃຫ້ບຸກຄົນອື່ນຮັບຮູ້ ຫຼື ປະຕິບັດຕາມຄຳສະເໜີຂອງຄົນແປກໜ້າ, ຢ່າໃຫ້ຂໍ້ມູນສ່ວນຕົວ(ເຊັ່ນ: ຂໍ້ມູນບັດປະຈຳຕົວ ຫຼື ໜັງສືເດີນທາງ, ທີ່ຢູ່ອາໃສ ຫຼືບັນຊີທະນາຄານອື່ນໆ) ກັບເວັບໄຊ໌ໃດໆ ທີ່ບໍ່ສາມາດຮັບຮອງຄວາມປອດໄພ ຫຼື ເປັນທີ່ໜ້າສົງໃສ. - ເກັບຮັກສາ E-TOKEN ໃຫ້ປອດໄພ
ເກັບຮັກສາເຄື່ອງມື ຫຼື ຮັບຮອງຄວາມປອດໄພຂອງທ່ານຫາກເກີດກໍລະນີສູນຫາຍກະລຸນາຕິດຕໍ່ທາງທະນາຄານແຫ່ງປະເທດຈີນເພື່ອແຈ້ງເສຍຫາຍ ເພື່ອເຄື່ອງມືຮັກສາຄວາມປອດໄພໃໝ່.
ຂໍ້ຄວນລະວັງ
- ຢ່າໃຊ້ອິນເຕີເນັດແບັງຄີ້ງໃນສະຖານທີ່ສາທາລະນະ(ເຊັ່ນ: ອິເຕີເນັດ, ຄາເຟ້, ຫ້ອງສະມຸດສາທາລະນະ ແລະ ອື່ນໆ) ເພື່ອປ້ອງກັນອັນຕະລາຍຈາກຄັອມພິວເຕີ້ອາດໃຊ້ຕິດຕັ້ງໂປແກລມກວດສອບທີ່ອັນຕະລາຍ ຫຼື ຖືກລັກເບິ່ງຈາກບບຸກຄົນອື່ນ.
- ກວດສອບ“ປະຫວັດການເຂົ້າລະບົບ”ຈາກເວັບເພສວ່າສອດຄ່ອງກັນຫຼືບໍ່ ເພື່ອສາມາດກວດສອບຄວາມຜິດປົກກະຕິໄດ້ທັນທີ ແລະ ຫຼີກລ້ຽງການຫຼອກລວງຈາກອີເມວຫຼືເວັບໄຊ໌ຟີສຊິ່ງ.
- ເມື່ອໄດ້ຮັບການຢືນຢັນເຂົ້າໃຊ້ອິນເຕີເນັດແບັງຄີ້ງຂອງທະນາຄານແຫ່ງປະເທດຈີນທີ່ຖືກ ຕ້ອງແລ້ວ ທ່ານສາມາດຄິກໄອຄອນລູກກະແຈທີ່ຢູ່ມຸມຂວາທາງລຸ່ມຂອງເວັບເພສ ເພື່ອອ່ານຂໍ້ມູນທີ່ກ່ຽວຂ້ອງກັບໃບຮັບຮອງຂອງທະນາຄານແຫ່ງປະເທດຈີນ ໂດຍການຄິກທີ່“tools”>>“Internet options”>>“content”>>“certificates” ໃນເມນູຂອງເບຣາວ໌ເຊີ IE
- ລູກຄ້າທີ່ໃຊ້ CA certificate ສຳລັບອິນເຕີເນັດແບັງຄີ້ງຂອງທະນາຄານແຫ່ງປະເທດຈີນ ຄວນດາວໂຫຼດ ແລະ ຕິດຕັ້ງ“CA root certificate” และ “CA secondary certificate”ໂດຍຕົງຄິກທີ່ເວັບເພສເຂົ້າສູ່ລະບົບ.
- ເມື່ອເຂົ້າສູ່ລະບົບຈາກເວັບໄຊ໌ທີ່ເກັບໃນລາຍການ favorites ເບຣາວ໌ເຊີ, ຄວນກວດສອບກ່ອນວ່າເປັນເວັບໄຊ໌ທີ່ຖືກຕ້ອງ ຫຼື ບໍ່.
- ວິທີການລະບຸເວັບໄຊ໌ປອມ ອີເມວປອມ(ເຊັ່ນ ເຊື່ອມໂຍງຫຼາຍມິຕິ ຫຼື hyperlink ທີ່ໂຫຼດໃນອີເມວປອມ) ຈະໃຊ້ວິທີຕ່າງໆ ເຮັດໃຫ້ຕົວເອງມີໜ້າຕາຄ້າຍຄືກັບອີ່ເມວຂອງແທ້ ຫຼື ເວັບໄຊ໌ຂອງແທ້ ວິທີເຫຼົ່ານີ້ໄດ້ແກ່:
ກ. ໃຊ້ຮູບພາບຂອງເວັບໄຊ໌ຂອງແທ້
ຂ. ເຊື່ອມຕໍ່ລູກຄ້າໄປຍັງເວັບໄຊ໌ຂອງແທ້ ເຮັດໃຫ້ລູກຄ້າເຊື່ອມໂຍງກັບທະນາຄານແທ້ໂດຍບໍ່ຮູ້ວ່າຂໍ້ມູນສ່ວນຕົວອາດຈະກຳລັງສົ່ງໄປຍັງເວັບໄຊ໌ປອມ.
ຄ. ໃຊ້ຊື່ໂດເມນທີ່ໃກ້ຄຽງກັບຊື່ໂດເມນແທ້ຂອງທະນາຄານ ລື ໃຊ້ຊື່ໂດເມນທີ່ອາດຈະຖືເປັນຊື່ໂດເມນແທ້ຂອງທະນາຄານ.
ດັ່ງນັ້ນທຸກຄັ້ງຫລັງໃຊ້ບໍລິການອິນເຕີເນັດແບັງຄີ້ງສໍາເລັດແລ້ວ ຄວນຄິກປຸ່ມ “exit” ທີ່ຢູ່ມຸມຂວາຂອງເວັບເພສກ່ອນ ແລ້ວຈຶງປິດເບຣາວເຊີ້ເພື່ອຈົບການໃຊ້ບໍລິການ. - ຄວນປິດໂປຣແກຣມໃຫ້ຮຽບຮ້ອຍກ່ອນອອກຈາກທີ່ນັ່ງ
- ຕັ້ງລະຫັດຜ່ານສຳລັບຄັອມພິວເຕີ້ຂອງທ່ານ ເພື່ອປ້ອງກັນການລັກຂໍ້ມູນຂອງທ່ານຈາກບຸກຄົນອື່ນ
- ຫາກພົບບັນຫາ ຫຼື ຄວາມຜິດປົກກະຕິ ໃນການໃຊ້ບໍລິການອິນເຕີເນັດແບັງຄີ້ງ, ກະລຸນາຕິດຕໍ່ຜ່ານທາງສາຍບໍລິການລູກຄ້າ 00856-21228888.
ການຮັກສາຄວາມປອດໄພຂອງຄອມພິວເຕີ້
- ຄວນຕິດຕັ້ງໄຟຣ໌ເວີ້ເພື່ອປ້ອງກັນໂປຣແກຣມ ຫຼື ໄວຣັດເຂົ້າສູ່ເຄື່ອງຄອມພິວເຕີ້ຂອງທ່ານ ໂດຍສະເພາະເມື່ອມີການເຊື່ອມໂຍງເຂົ້າອິນເຕີເນັດດ້ວຍບອດເບຣນຫຼືໂມເດັມ.
- ຄວນດາວໂຫຼດ ຫຼື ຕິດຕັ້ງໂປຣແກຣມຮັກສາຄວາມປອດໄພໃໝ່ ຫຼື ອັບເດດ patch ໃໝ່ສຳລັບລະບົບປະຕິບັດການ ແລະ ເບຣາວເຊີ້ເປັນປະຈຳ.
- ຄວນຕິດຕັ້ງ ແລະ ອັບເດດຊອຟແວຣ໌ໄຟຣ໌ເວີ້ສ່ວນບຸກຄົນ ແລະ ຊອຟແວຣ໌ປ້ອງກັນໄວຣັດຢູ່ສະເໝີ ເພື່ອປ້ອງກັນໄວຣັດ ຫຼື ໂປຣແກຼມທີ່ເປັນອັນຕະລາຍເຂົ້າສູ່ຄັອມພິວເຕີ້ຂອງທ່ານ.
- ທຸກຄັ້ງທີ່ຈົບການໃຊ້ບໍລິການ ຄວນລົບປະຫວັດເບຣາເຊີ້ ເພື່ອບໍ່ໃຫ້ຂໍ້ມູນບັນຊີຊອງທ່ານຄ້າງຢູ່ໃນຄັອມພິວເຕີ້ ໂດຍສະເພາະຢ່າງຍິ່ງໃນກໍລະນີທີ່ທ່ານໃຊ້ຄອມພິວເຕີ້ສາທາລະນະ.
- ຢ່າອ່ານອີເມວໃດໆ ທີ່ບໍ່ຮູ້ແຫຼ່ງທີ່ມາ ແລະ ຢ່າເຂົ້າຮ່ວມອິນເຕີເນັດແບັງຄີ້ງຈາກລີ້ງໃນອີເມວ.
- ຄວນໃຊ້ເວີຊັ່ນລ່າສຸດຂອງ Microsoft Internet Explorer ຫຼື ເບຣາເຊີ້ທີ່ໃຊ້ເທັກໂນໂລຢີເຂົ້າລະຫັດຂໍ້ມູນທີ່ລະດັບ 128 ບິດ( 128 Bit Encryption) ຫາກທ່ານໃຊ້ Internet Explorer ເຮົາຂໍແນະນຳໃຫ້ທ່ານປິດຟັ່ງຊັ່ນ “auto-finish” ເພື່ອປ້ອງກັນໝາຍເລກບັດທະນາຄານ ແລະ ລະຫັດຜ່ານທີ່ຖືກເກັບໄວ້ໃນຄັອມພິວເຕີ້.
6.1 ເປີດ Internet Explorer ຄິກ “tool”>>“Internet option”>>“content”
6.2 ຄິກ “auto-finish” ທີ່ຢຸ່ໃນ “personal information”
6.3 ຖອດເຄື່ອງໝາຍຖືກທີ່ຢູ່ໜ້າ “username and password”ແລະຄິກ“delete password”
ຄໍຳແນະນໍາອື່ນໆ
ເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບຂໍ້ບັງຄັບຂອງລັດ, ທະນາຄານແຫ່ງປະເທດຈີນຈະທຳການກວດສອບ ແລະ ຮັກສາຄວາມປອດໄພເປັນປະຈຳ ແລະ ອັບເດດຕາມການພັດທະນາຂອງທຸລະກິດ ແລະ ເທັກໂນໂລຢີໂດຍບໍ່ແຈ້ງໃຫ້ຊາບ ເປັນລາຍບຸກຄົນ ດັ່ງນັ້ນກະລຸນາຕິດຕາມ ແລະອ່ານຂໍ້ຮັກສາຄວາມປອດໄພເປັນໄລຍະເພື່ອຄວາມປອດໄພໃນການເຮັດທຸລະກຳ.