ບັນຊີທະນາຄານ

ຄໍາແນະນໍາການບໍລິການ

ບໍລິການກວດສອບຂໍ້ມູນ ແລະ ບໍລິຫານບັນຊີທີ່ລູກຄ້າເປີດບັນຊີໄວ້ກັບທະນາຄານແຫ່ງປະເທດຈີນ(ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ, ໂດຍສາມາດກວດສອບຍອດເງິນທີ່ຍັງເຫຼືອ(Account Balance) , ລາຍການທຸລະກໍາ ແລະ ຂໍ້ມູນບັນຊີອື່ນໆແບບອອນລາຍຜ່ານທາງບໍລິການທະນາຄານເທິງອິນເຕີເນັດ.

ບໍລິການ

  • ລາຍການບັນຊີ: ສະແດງຂໍ້ມູນຂອງບັນຊີ, ເຊັ່ນ: ປະເພດຂອງບັນຊີ, ໝາຍເລກບັນຊີ ແລະ ຍອດເງິນເປັນຕົ້ນ, ສາມາດກວດສອບຍອດເງິນທີ່ຍັງເຫຼືອ, ລາຍລະອຽດບັນຊີທັງໝົດເພື່ອກວດສອບສະຖານະການປ່ຽນແປງ ແລະ ການຈັດການເງິນສົດທີ່ເໝາະສົມ.
  • ລາຍການດ້ານບັນຊີ: ກວດສອບລາຍການເຄື່ອນໄຫວຫຼ້າສຸດ ຫຼື ຍ້ອນຫຼັງ, ລວມເຖິງການດາວໂຫຼດຂໍ້ມູນທັງໝົດທີ່ສາມາດເລືອກຊ່ວງເວລາຕາມທີ່ຕ້ອງການ.
  • ລາຍລະອຽດບັນຊີບັນຊີເງິນຝາກປະຈໍາ: ກວດສອບສະຖານະທາງບັນຊີ, ສະກູນເງິນ, ຍອດເງິນທີ່ຍັງເຫຼືອຂອງບັນຊີເງິນຝາກປະຈໍາ.
  • ບໍລິການຈັດການບັນຊີ: ຕັ້ງຊື່ຫຍໍ້(Alias Name) ໃຫ້ກັບບັນຊີ, ເພື່ອຄວາມສະດວກໃນການຈື່ໄດ້ງ່າຍ ແລະ ການຍົກເລີກບໍລິການບັນຊີອິນເຕີເນັດແບັງຄີ້ງ.

ສໍາລັບລູກຄ້າ

ລູກຄ້າບຸກຄົນທີ່ສະໝັກໃຊ້

ບໍລິການທະນາຄານເທິງອິນເຕີເນັດ.

ຂອງທະນາຄານແຫ່ງປະເທດຈີນ (ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ.

ເງື່ອນໄຂການສະໝັກ

ລູກຄ້າສ່ວນບຸກຄົນທີ່ສະໝັກໃຊ້ບໍລິການອິນເຕີເນັດແບັງຄີ້ງຂອງທະນາຄານແຫ່ງປະເທດຈີນ (ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ.

ວັນເວລາໃຫ້ບໍລິການ

ໃຫ້ບໍລິການທຸກມື້ຕະຫຼອດ 24 ຊົ່ວໂມງ

ຄໍາເຕືອນ

ລູກຄ້າສາມາດກວດສອບລາຍການບັນຊີຍ້ອນຫຼັງໄດ້ 3 ເດືອນ ພາຍໃນຊ່ວງເວລາ 1 ປີ.