ການໂອນເງິນ

ຄໍາແນະນໍາການໃຫ້ບໍລິການ

ລູກຄ້າສາມາດໂອນເງິນລະຫວ່າງບັນຊີຕ່າງໆ ໄປຫາບັນຊີຂອງຕົວເອງ ຫຼື ບັນຊີຂອງບຸກຄົນອື່ນ ທີ່ເປີດກັບທະນາຄານແຫ່ງປະເທດຈີນ(ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ ແລະ ຍັງສາມາດໂອນເງິນໄປຍັງບັນຊີຕ່າງປະເທດທົ່ວໂລກ.

ບໍລິການ

  • ໂອນເງິນພາຍໃນປະເທດ: ໂອນເງິນຈາກບັນຊີໄປຫາບັນຊີອື່ນຂອງຕົວເອງ ຫຼື ບຸກຄົນອື່ນ ລວມເຖິງ: ການໂອນເງິນລະຫວ່າງບັນຊີຕົວເອງທີ່ເປັນສະກຸນເງິນດຽວກັນ ຫຼື ສະກຸນເງິນຕ່າງກັນ(ການແລກ ປ່ຽນເງິນຕາຕ່າງປະເທດເປັນສະກຸນເງິນກີບ).
    ການໂອນເງິນໄປຫາຜູ້ອື່ນ: ການໂອນເງິນໄປຫາບຸກຄົນ ຫຼື ບໍລິສັດ ທີ່ເປີດບັນຊີກັບທະນາຄານແຫ່ງປະເທດຈີນ(ຮົງກົງ)ຈໍາກັດ ສາຂານະຄອນຫຼວງວຽງຈັນ.
  •  ການໂອນເງິນລະຫວ່າງປະເທດ: ໂອນເງິນໄປຕ່າງປະເທດ, ລວມມີ:
    ການໂອນເງິນແບບທໍາມະດາ, ໝາຍເຖິງ ໂອນເງິນຈາກບັນຊີຕົວເອງໄປຍັງຜູ້ຮັບເງິນດ້ວຍສະກຸນເງິນດຽວກັນ.
    ການໂອນເງິນຢວນຕາມອັດຕາຂອງວັນໂອນ, ໝາຍເຖິງລູກຄ້າສາມາດໂອນເງິນຢວນໄປຍັງປະເທດຈີນ ຕາມອັດຕາແລກປ່ຽນຂອງທະນາຄານແຫ່ງປະເທດຈີນ(ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ ນະວັນທີ່ໂອນ.
    ການໂອນເງິນຢວນ, ໝາຍເຖິງ ລູກຄ້າສາມາດໂອນເງິນຈາກບັນຊີຝາກປະຢັດໄປຍັງຜູ້ຮັບທີ່ອາໃສຢູ່ໃນ ສປ ຈີນ.
  • ການຝາກເງິນປະຈໍາ: ເງິນຝາກໃນບັນຊີຝາກປະຈໍາ ເພື່ອໄດ້ຮັບອັດຕາດອກເບ້ຍທີ່ສູງກວ່າ ແລະ ເມື່ອຄົບກໍານົດໄລຍະຂອງບັນຊີເງິນຝາກປະຈໍາ, ສາມາດດຳເນີນການຝາກເງິນຈໍານວນນີ້ໄປຍັງບັນຊີເງິນຝາກປະຢັດ.
  • ການກໍານົດຜູ້ຮັບເງິນ: ກໍານົດລາຍຊື່ຜູ້ຮັບເງິນທີ່ມີການໃຊ້ງານເລື້ອຍໆ, ເພື່ອສະດວກໃນການດຳເນີນທຸລະກໍາໃນຄັ້ງຕໍ່ໄປ.
  • ການກໍານົດເວລາການນັດໝາຍ: ນັດໝາຍເວລາເຮັດທຸລະກໍາໂອນເງິນ, ໂດຍລະບົບຂອງທະນາຄານຈະໂອນເງິນຕາມເວລາທີ່ທ່ານກໍານົດ( ປະຈຸບັນແມ່ນຮອງຮັບສະເພາະການນັດໝາຍບໍລິການໂອນເງິນລະຫວ່າງບັນຊີຂອງຕົນເອງທີ່ເປັນສະກຸນເງິນດຽວກັນ).
  • ສອບຖາມຂໍ້ມູນການເຮັດທຸລະກໍາອອນລາຍແບັງຄິ້ງ: ກວດສອບການເຮັດທຸລະກຊາວ່າສໍາເລັດ ຫຼື ບໍ່ ແລະ ຍັງສາມາດກວດສອບລາຍການຍ້ອນຫຼັງໄດ້.

ສໍາລັບລູກຄ້າ

ລູກຄ້າບຸກຄົນທີ່ໃຊ້ບໍລິການອິນເຕີເນັດແບັງຄີ້ງຂອງທະນາຄານແຫ່ງປະເທດຈີນ(ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ.

ເງື່ອນໄຂການສະໝັກ

ລູກຄ້າບຸກຄົນທີ່ໃຊ້ບໍລິການອິນເຕີເນັດແບັງຄີ້ງຂອງທະນາຄານແຫ່ງປະເທດຈີນ (ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ.

ເວລາໃຫ້ບໍລິການ

ທະນາຄານແຫ່ງປະເທດຈີນ (ຮົງກົງ) ຈໍາກັດ ສາຂານະຄອນຫຼວງວຽງຈັນ ຍີນດີໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ, ຍົກເວັ້ນທຸລະກໍາທີ່ກ່ຽວຂ້ອງກັບການແລກປ່ຽນເງິນຕາຕ່າງປະເທດ, ເຊິ່ງ ທະນາຄານຈະໃຫ້ບໍລິການສະເພາະເວລາເປີດທໍາການ.

ຄໍາເຕືອນ

ລູກຄ້າສາມາດສອບຖາມຂໍ້ມູນ ແລະ ລາຍລະອຽດຂອງການເຮັດທຸລະກໍາ, ໃນຊ່ວງເວລາ 3ເດືອນຕິດຕໍ່ກັນ, ພາຍໃນ 1 ປີ ແລະ ຈະສະແດງຂໍ້ມູນບໍ່ເກີນ 3 ເດືອນໃນແຕ່ລະຄັ້ງ, ເຊັ່ນ: ຖ້າທ່ານຢາກສອບຖາມຂໍ້ມູນລະອຽດຂອງການເຮັດທຸລະກໍາທັງໝົດພາຍໃນ 1 ປີ, ທ່ານຕ້ອງສອບຖາມທັງໝົດ 4 ຄັ້ງ, ເຊັ່ນ: ຕ້ອງແບ່ງເວລາແຕ່ເດືອນ ມັງກອນ ຫາ ມີນາ, ເມສາ - ມິຖູນາ, ກໍລະກົດ - ກັນຍາ, ຕຸລາ - ທັນວາ.