ແຈ້ງການດ້ານຄວາມປອດໄພ

ຮຽນລຸກຄ້າທີ່ໃຊ້ບໍລິການອິນເຕີເນັດແບັງຄີ້ງຂອງທະນາຄານແຫ່ງປະເທດຈີນ

ເນື່ອງຈາກທະນາຄານແຫ່ງປະເທດຈີນ ມຸ່ງໝັ້ນທີ່ຈະໃຫ້ບໍລິການອິນເຕີເນັດແບັງຄີ້ງທີ່ດີ ແລະ ມີຄວາມປອດໄພສູງເພື່ອໃຫ້ການເຮັດທຸລະກໍາທາງອິນເຕີເນັດມີຄວາມປອດໄພ ແລະ ມີຄວາມໜ້າເຊື່ອຖືຍິ່ງຂຶ້ນ, ດັ່ງນັ້ນ, ກະລຸນາເບິ່ງລາຍລະອຽດດ້ານລຸ່ມເມື່ອທ່ານໃຊ້ບໍລິການອິນເຕີເນັດແບັງຄີ້ງຂອງທະນາຄານແຫ່ງປະເທດຈີນ ດັ່ງນີ້:

  1. ເວັບໄຊ໌ເຂົ້າສູ່ລະບົບທີ່ຖືກຕ້ອງ:
    ເຂົ້າເວັບໄຊ໌: http://www.bankofchina.com.la ເພື່ອເຂົ້າໃຊ້ງານລະບົບ, ໃນມຸມດ້ານຂວາມືເບື້ອງເທິງຂອງເວັບໄຊ໌ມີລີ້ງເຂົ້າສູ່ລະບົບບໍລິການອອນລາຍສຳລັບຜູ້ໃຊ້ຕ່າງປະເທດ ທ່ານຈະເບິ່ງເຫັນຂໍ້ຄວາມຕ້ອນຮັບທີ່ທ່ານຕັ້ງໄວ້ຫຼັງເຂົ້າລະບົບບໍລິການທະນາຄານອອນລາຍຂອງທະນາຄານແຫ່ງປະເທດຈີນ.
  2. ລະວັງເວັບໄຊ໌ຟີສຊີ້ງ(ເວັບໄຊ໌ທີ່ຫຼອກລວງ)
    ຫາກມີຂໍ້ຄວາມສົງໃສໃດໆ ກະລຸນາຕິດຕໍ່ທາງບໍລິການສາຍດ່ວນ ບໍລິການລູກຄ້າຂອງທະນາຄານແຫ່ງປະເທດຈີນ.
  3. ເກັບຮັກສາຊື່ຜູ້ໃຊ້ ແລະ ລະຫັດຜ່ານໃຫ້ດີ
    ບໍ່ວ່າກໍລະນີໃດໆ ທະນາຄານແຫ່ງປະເທດຈີນຈະບໍ່ສອບຖາມລະຫັດຜ່ານກັບທ່ານ, ຢ່າບອກລະຫັດຜ່ານຂອງທ່ານໃຫ້ແກ່ບຸກຄົນອື່ນ(ລວມທັງພະນັກງານທະນາຄານຫຼືຕຳຫຼວດ) ແລະ ຍ່າເຊື່ອພຶດຕິກຳໃດໆ, ທີ່ຕົວະເອົາຊື່ຜູ້ໃຊ້ (ໝາຍເລກບັດເຂົ້າລະບົບ) ແລະ ລະຫັດຜ່ານຂອງທະນາຄານອອນລາຍ ອາດຊະຍາກຳອາດຈະສອບຖາມໝາຍເລກບັດທະນາຄານ ຊື່ຜູ້ໃຊ້ ແລະ ລະຫັດຜ່ານກັບທ່ານ ດ້ວຍອີເມວ ຈົດໝາຍ ໂທລະສັບ SMS ແລະອື່ນໆ ຖ້າທ່ານມີຂໍ້ສົງໃສໃດໆ ກະລຸນາໂທສາຍດ່ວນບໍລິການລູກຄ້າຂອງທະນາຄານແຫ່ງປະເທດຈີນ ຫຼື ສົ່ງຈົດໝາຍ ຕອບໃນລະບົບທະນາຄານອອນລາຍ.
  4. ຫຼີກລ້ຽງຕັ້ງລະຫັດຜ່ານດ້ວຍໝາຍເລກ ຫຼື ອັກສອນທີ່ເດົາໄດ້ງ່າຍ
    ເຊັ່ນ: ວັນເກີດ, ໝາຍເລກໂທລະສັບ, ໝາຍເລກປ້າຍທະບຽນລົດ ແລະ ອື່ນໆ, ຄວນຕັ້ງລະຫັດຜ່ານທີ່ປະກອບດ້ວຍໝາຍເລກ ແລະ ຕົວອັກສອນ(ໂຕພິມໃຫຍ່ ແລະ ໂຕພິມນ້ອຍ)ທີ່ຄາດເດົາຍາກ, ລູກຄ້າຄວນຫຼີກລ້ຽງໃຊ້ລະຫັດຜ່ານດຽວກັນກັບລະຫັດເຂົ້າລະບົບການໃຊ້ບໍລິການອິນເຕີເນັດອື່ນໆ(ເຊັ່ນ ໃຊ້ເປັນລະຫັດຂອງການເຊື່ອມຕໍ່ອິນເຕີເນັດ ຫຼື certificate ແລະອື່ນໆ.
  5. ປ່ຽນລະຫັດຜ່ານຂອງອິນເຕີເນັດແບັງຄີ້ງໃຫ້ເປັນໄລຍະ
    ກະລຸນາຍ່າຂຽນຊື່ຜູ້ໃຊ້ ແລະ ລະຫັດຜ່ານຂອງທ່ານໃສ່ເຈ້ຍ ຫຼື ໂນດໃດໆ, ຢ່າບອກຊື່ຜູ້ໃຊ້ ແລະ ລະຫັດຜ່ານຂອງທ່ານໃຫ້ບຸກຄົນອື່ນຮັບຮູ້ ຫຼື ປະຕິບັດຕາມຄຳສະເໜີຂອງຄົນແປກໜ້າ, ຢ່າໃຫ້ຂໍ້ມູນສ່ວນຕົວ(ເຊັ່ນ: ຂໍ້ມູນບັດປະຈຳຕົວ ຫຼື ໜັງສືເດີນທາງ, ທີ່ຢູ່ອາໃສ ຫຼືບັນຊີທະນາຄານອື່ນໆ) ກັບເວັບໄຊ໌ໃດໆ ທີ່ບໍ່ສາມາດຮັບຮອງຄວາມປອດໄພ ຫຼື ເປັນທີ່ໜ້າສົງໃສ.
  6. ເກັບຮັກສາ E-TOKEN ໃຫ້ປອດໄພ
    ເກັບຮັກສາເຄື່ອງມື ຫຼື ຮັບຮອງຄວາມປອດໄພຂອງທ່ານຫາກເກີດກໍລະນີສູນຫາຍກະລຸນາຕິດຕໍ່ທາງທະນາຄານແຫ່ງປະເທດຈີນເພື່ອແຈ້ງເສຍຫາຍ ເພື່ອເຄື່ອງມືຮັກສາຄວາມປອດໄພໃໝ່.

ຂໍ້ຄວນລະວັງ

  1. ຢ່າໃຊ້ອິນເຕີເນັດແບັງຄີ້ງໃນສະຖານທີ່ສາທາລະນະ(ເຊັ່ນ: ອິເຕີເນັດ, ຄາເຟ້, ຫ້ອງສະມຸດສາທາລະນະ ແລະ ອື່ນໆ) ເພື່ອປ້ອງກັນອັນຕະລາຍຈາກຄັອມພິວເຕີ້ອາດໃຊ້ຕິດຕັ້ງໂປແກລມກວດສອບທີ່ອັນຕະລາຍ ຫຼື ຖືກລັກເບິ່ງຈາກບບຸກຄົນອື່ນ.
  2. ກວດສອບ“ປະຫວັດການເຂົ້າລະບົບ”ຈາກເວັບເພສວ່າສອດຄ່ອງກັນຫຼືບໍ່ ເພື່ອສາມາດກວດສອບຄວາມຜິດປົກກະຕິໄດ້ທັນທີ ແລະ ຫຼີກລ້ຽງການຫຼອກລວງຈາກອີເມວຫຼືເວັບໄຊ໌ຟີສຊິ່ງ.
  3. ເມື່ອໄດ້ຮັບການຢືນຢັນເຂົ້າໃຊ້ອິນເຕີເນັດແບັງຄີ້ງຂອງທະນາຄານແຫ່ງປະເທດຈີນທີ່ຖືກ ຕ້ອງແລ້ວ ທ່ານສາມາດຄິກໄອຄອນລູກກະແຈທີ່ຢູ່ມຸມຂວາທາງລຸ່ມຂອງເວັບເພສ ເພື່ອອ່ານຂໍ້ມູນທີ່ກ່ຽວຂ້ອງກັບໃບຮັບຮອງຂອງທະນາຄານແຫ່ງປະເທດຈີນ ໂດຍການຄິກທີ່“tools”>>“Internet options”>>“content”>>“certificates” ໃນເມນູຂອງເບຣາວ໌ເຊີ IE
  4. ລູກຄ້າທີ່ໃຊ້ CA certificate ສຳລັບອິນເຕີເນັດແບັງຄີ້ງຂອງທະນາຄານແຫ່ງປະເທດຈີນ ຄວນດາວໂຫຼດ ແລະ ຕິດຕັ້ງ“CA root certificate” และ “CA secondary certificate”ໂດຍຕົງຄິກທີ່ເວັບເພສເຂົ້າສູ່ລະບົບ.
  5. ເມື່ອເຂົ້າສູ່ລະບົບຈາກເວັບໄຊ໌ທີ່ເກັບໃນລາຍການ favorites ເບຣາວ໌ເຊີ, ຄວນກວດສອບກ່ອນວ່າເປັນເວັບໄຊ໌ທີ່ຖືກຕ້ອງ ຫຼື ບໍ່.
  6. ວິທີການລະບຸເວັບໄຊ໌ປອມ ອີເມວປອມ(ເຊັ່ນ ເຊື່ອມໂຍງຫຼາຍມິຕິ ຫຼື hyperlink ທີ່ໂຫຼດໃນອີເມວປອມ) ຈະໃຊ້ວິທີຕ່າງໆ ເຮັດໃຫ້ຕົວເອງມີໜ້າຕາຄ້າຍຄືກັບອີ່ເມວຂອງແທ້ ຫຼື ເວັບໄຊ໌ຂອງແທ້ ວິທີເຫຼົ່ານີ້ໄດ້ແກ່:
    ກ. ໃຊ້ຮູບພາບຂອງເວັບໄຊ໌ຂອງແທ້
    ຂ. ເຊື່ອມຕໍ່ລູກຄ້າໄປຍັງເວັບໄຊ໌ຂອງແທ້ ເຮັດໃຫ້ລູກຄ້າເຊື່ອມໂຍງກັບທະນາຄານແທ້ໂດຍບໍ່ຮູ້ວ່າຂໍ້ມູນສ່ວນຕົວອາດຈະກຳລັງສົ່ງໄປຍັງເວັບໄຊ໌ປອມ.
    ຄ. ໃຊ້ຊື່ໂດເມນທີ່ໃກ້ຄຽງກັບຊື່ໂດເມນແທ້ຂອງທະນາຄານ ລື ໃຊ້ຊື່ໂດເມນທີ່ອາດຈະຖືເປັນຊື່ໂດເມນແທ້ຂອງທະນາຄານ.
    ດັ່ງນັ້ນທຸກຄັ້ງຫລັງໃຊ້ບໍລິການອິນເຕີເນັດແບັງຄີ້ງສໍາເລັດແລ້ວ ຄວນຄິກປຸ່ມ “exit” ທີ່ຢູ່ມຸມຂວາຂອງເວັບເພສກ່ອນ ແລ້ວຈຶງປິດເບຣາວເຊີ້ເພື່ອຈົບການໃຊ້ບໍລິການ.
  7. ຄວນປິດໂປຣແກຣມໃຫ້ຮຽບຮ້ອຍກ່ອນອອກຈາກທີ່ນັ່ງ
  8. ຕັ້ງລະຫັດຜ່ານສຳລັບຄັອມພິວເຕີ້ຂອງທ່ານ ເພື່ອປ້ອງກັນການລັກຂໍ້ມູນຂອງທ່ານຈາກບຸກຄົນອື່ນ
  9. ຫາກພົບບັນຫາ ຫຼື ຄວາມຜິດປົກກະຕິ ໃນການໃຊ້ບໍລິການອິນເຕີເນັດແບັງຄີ້ງ, ກະລຸນາຕິດຕໍ່ຜ່ານທາງສາຍບໍລິການລູກຄ້າ 00856-21228888.

ການຮັກສາຄວາມປອດໄພຂອງຄອມພິວເຕີ້

1.     ຄວນຕິດຕັ້ງໄຟຣ໌ເວີ້ເພື່ອປ້ອງກັນໂປຣແກຣມ ຫຼື ໄວຣັດເຂົ້າສູ່ເຄື່ອງຄອມພິວເຕີ້ຂອງທ່ານ ໂດຍສະເພາະເມື່ອມີການເຊື່ອມໂຍງເຂົ້າອິນເຕີເນັດດ້ວຍບອດເບຣນຫຼືໂມເດັມ.

2.    ຄວນດາວໂຫຼດ ຫຼື ຕິດຕັ້ງໂປຣແກຣມຮັກສາຄວາມປອດໄພໃໝ່ ຫຼື ອັບເດດ patch ໃໝ່ສຳລັບລະບົບປະຕິບັດການ ແລະ ເບຣາວເຊີ້ເປັນປະຈຳ.

3.    ຄວນຕິດຕັ້ງ ແລະ ອັບເດດ ຊອຟແວຣ໌ປ້ອງກັນໄວຣັດສ່ວນບຸກຄົນຢູ່ສະເໝີ ເພື່ອປ້ອງກັນໄວຣັດ ຫຼື ໂປຣແກຼມທີ່ເປັນອັນຕະລາຍເຂົ້າສູ່ຄັອມພິວເຕີ້ຂອງທ່ານ.

4.    ທຸກຄັ້ງທີ່ຈົບການໃຊ້ບໍລິການ ຄວນລົບປະຫວັດເບຣາເຊີ້ ເພື່ອບໍ່ໃຫ້ຂໍ້ມູນບັນຊີຊອງທ່ານຄ້າງຢູ່ໃນຄັອມພິວເຕີ້ ໂດຍສະເພາະຢ່າງຍິ່ງໃນກໍລະນີທີ່ທ່ານໃຊ້ຄອມພິວເຕີ້ສາທາລະນະ.

5.    ຢ່າອ່ານອີເມວໃດໆ ທີ່ບໍ່ຮູ້ແຫຼ່ງທີ່ມາ ແລະ ຢ່າເຂົ້າຮ່ວມອິນເຕີເນັດແບັງຄີ້ງຈາກລີ້ງໃນອີເມວ.

ຄໍຳແນະນໍາອື່ນໆ

ເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບຂໍ້ບັງຄັບຂອງລັດ, ທະນາຄານແຫ່ງປະເທດຈີນຈະທຳການກວດສອບ ແລະ ຮັກສາຄວາມປອດໄພເປັນປະຈຳ ແລະ ອັບເດດຕາມການພັດທະນາຂອງທຸລະກິດ ແລະ ເທັກໂນໂລຢີໂດຍບໍ່ແຈ້ງໃຫ້ຊາບ ເປັນລາຍບຸກຄົນ ດັ່ງນັ້ນກະລຸນາຕິດຕາມ ແລະອ່ານຂໍ້ຮັກສາຄວາມປອດໄພເປັນໄລຍະເພື່ອຄວາມປອດໄພໃນການເຮັດທຸລະກຳ.