ວົງເງິນສີນເຊື່ອ
ຄໍາແນະນໍາຜະລິດຕະພັນ
ວົງເງິນສິນເຊື່ອ ແມ່ນມີຄວາມຢືດຢຸ່ນ, ສະດວກ ແລະ ສາມາດໝູນໃຊ້ຄືນໄດ້. ທະນາຄານອາດຈະຂະຫຍາຍເວລາສິນເຊື່ອໄລຍະສັ້ນຢ່າງວ່ອງໄວໃຫ້ກັບລູກຄ້າ, ໂດຍບໍ່ກ່ຽວກັບຈຳນວນສະສົມ ແລະ ຄວາມຖີ່, ຕາບເທົ່າທີ່ຕົວເລກໃນບັນຊີສິນເຊື່ອທີ່ເພີ່ມຂະຫຍາຍຕື່ມບໍ່ເກີນມາດຕະຖານຂອງການໃຫ້ບໍລິການ.
ໂດຍມີການຈັດການທີ່ຢືດຢຸ່ນ, ປະເພດສິນເຊື່ອທັງໝົດສາມາດແບ່ງອອກໄດ້ອີກ, ຕາມຂໍ້ຈໍາກັດສໍາລັບແຕ່ລະປະເພດຜະລິດຕະພັນທີ່ແຕກຕ່າງກັນເຊັ່ນ: ການກູ້ຢືມ, L/C, ການຊື້ບິນສົ່ງອອກ, ໜັງສືຄ້ຳປະກັນ, ດຣາຟ (ໃບແລກເງິນ)ຂອງທະນາຄານ, ເອັກເຊັບຕັນດຣາບ, ດິສເຄົ້າຕິງ ແລະ ອີກຫຼາຍຢ່າງ. ປະເພດສິນເຊື່ອ ແມ່ນສາມາດນໍາໃຊ້ໄດ້ໃນທຸກການບໍລິການຂະຫຍາຍສິນເຊື່ອ, ທີ່ມີໄລຍະເວລາພາຍໃນໜຶ່ງປີ (ລວມ), ຊຶ່ງສາມາດຕໍ່ເວລາໄດ້ຫຼາຍກວ່າໜຶ່ງປີສຳລັບໜັງສືຄ້ຳປະກັນຂອງຜູ້ປະມູນ, ການປະຕິບັດງານ, ການຈ່າຍເງິນລ່ວງໜ້າ, ພາສີ ແລະ ຂົນສົ່ງທາງນ້ຳພາຍໃຕ້ລາຍການຂອງໜັງສືຄ້ຳປະກັນ.
ລັກສະນະເດັ່ນຂອງຜະລິດຕະພັນ
- ສະໜອງຄວາມສະດວກການຈັດການທາງດ້ານການເງິນໄລຍະສັ້ນຂອງວິສາຫະກິດ.
- ຕອບສະໜອງຄວາມຕ້ອງການທາງດ້ານການເງິນທົ່ວໄປຂອງວິສາຫະກິດ.
- ການອະນຸມັດທີ່ເປັນທາງການຢ່າງງ່າຍດາຍຂອງການຂະຫຍາຍສິນເຊື່ອຂອງບັນດາວິສາຫະກິດ.
ສຳລັບລູກຄ້າ
- ລູກຄ້າທີ່ເປັນນິຕິບຸກຄົນເອກະລາດ ຊຶ່ງເປັນຜູ້ທີ່ມີເປົ້າໝາຍໃນການຂະຫຍາຍສິນເຊື່ອຂອງທະນາ ຄານ, ສາມາດສະໝັກສໍາລັບປະເພດສິນເຊື່ອທີ່ເໝາະສົມອີງຕາມລະບຽບການທີ່ກ່ຽວຂ້ອງ.
ຂັ້ນຕອນການເປີດ
- ຂັ້ນຕອນການເລີ່ມຕົ້ນຂອງວົງເງີນສິນເຊື່ອ
ລູກຄ້າຍື່ນໃບສະໝັກວົງເງິນສິນເຊື່ອກັບພະແນກການເງິນວິສາຫະກິດ, ພະແນກການເງິນວິສາຫະກິດຈະກວດສອບຊັບສິນແລະສິນເຊື່ອຂອງລູກຄ້າໂດຍມີຂັ້ນຕອນດັ່ງຕໍ່ໄປນີ້:- ກວດສອບຄຸນສົມບັດຜູ້ສະມັກຕາມມາດຕະຖານການປະເມີນລູກຄ້າ.
- ລວດລວມຂໍ້ມູນຂອງລູກຄ້າ, ລວມທັງເອກະສານການຂໍວົງເງິນສິນເຊື່ອ, ໃບອະນຸຍາດປະກອບທຸລະກິດງົບການເງິນທີ່ຜ່ານກວດສອບຍ້ອນຫຼັງສາມປີ.
- ລວດລວມຂໍ້ມູນຂອງຜູ້ຄ້ຳປະກັນ, ລວດລວມໃບອະນຸຍາດປະກອບທຸລະກິດ, ງົບການເງິນທີ່ຜ່ານກວດສອບຍ້ອນຫຼັງສາມປີ ລາຍຊື່ຜູ້ຄ້ຳປະກັນ ເອກະສານປະເມີນຂອງການຄ້ຳປະກັນ, ໜັງສືຮັບຮອງຄວາມເປັນເຈົ້າຂອງ ແລະ ລາຍງານກວດສອບຜູ້ຄ້ຳປະກັນ.
- ຮ່າງສັນຍາວົງເງິນສິນເຊື່ອ.
- ລາຍງານຜົນການກວດສອບວົງເງິນສິນເຊື່ອ.
- ຂັ້ນຕອນການປະຕິບັດຂອງວົງເງິນສິນເຊື່ອ
ຫຼັງການກວດສອບແລະອະນຸມັດຈາກແຜນການທີ່ກ່ຽວຂ້ອງ ຈຶ່ງສາມາດອະນຸມັດວົງເງິນສິນເຊື່ອໄດ້.
ເອກະສານປະກອບ
- ໃບອະນຸຍາດປະກອບທຸລະກິດ
- ງົບການງານທີ່ຜ່ານການກວດສອບ ແລະ ເອກະສາານອື່ນໆທີ່ທະນາຄານແຫ່ງປະເທດຈີນຕ້ອງການ