ເງິນກູ້ທຶນຄົງທີ່
ຄຳແນະນຳຜະລິດຕະພັນ
ເງິນກູ້ທຶນຄົງທີ່ ຊຶ່ງລວມສິ່ງກໍ່ສ້າງ, ສິ່ງອຳນວຍຄວາມສະດວກ, ການລົງທຶນໃນເທັກໂນໂລຢີ, ເຮັດການວິໄຈ ແລະ ສ້າງຜະລິດຕະພັນໃໝ່ໆ, ລວມທັງການຊື້ ແລະ ຕິດຕັ້ງອຸປະກອນ.
ລັກສະນະເດັ່ນຂອງຜະລິດຕິພັນ
- ສິນເຊື່ອເພື່ອເງິນຈຳນວນຫຼາຍ.
- ສ່ວນຫຼາຍເປັນການກູ້ເງິນໄລຍະຍາວ ແລະ ໄລຍະປານກາງ, ໂດຍມີການຄືນເງິນເປັນງວດໆ.
- ນອກຈາກນີ້ຕ້ອງມີການຄ້ຳປະກັນຕາມທີ່ກຳນົດໄວ້, ຍັງຕ້ອງມີຊັບສິນຄົງທີ່ເພີ່ມເຕີມມາຄ້ຳປະ ກັນ.
- ສຳລັບການກູ້ເງິນ ລູກຄ້າຕ້ອງເຮັດການສະມັກເປັນລຳດັບຂັ້ນຕອນທີ່ທາງທະນາຄານກຳນົດ.
ດອກເບ້ຍ
ອັດຕາດອກເບ້ຍລອຍຕົວ ຕາມນະໂຍບາຍການຈັດການດອກເບ້ຍເງິນກູ້ຂອງທະນາຄານແຫ່ງປະເທດຈີນ (ຮົງກົງ) ຈໍາກັດສາຂານະຄອນຫຼວງວຽງຈັນ ແລະ ຕາມທີ່ສັນຍາເງິນກູ້ກໍານົດໄວ້.
ຄ່າທຳນຽມ
ຄ່າທຳນຽມເປັນໄປຕາມລາຍລະອຽດທີ່ກຳນົດໄວ້ໃນສັນຍາ.
ສຳລັບລູກຄ້າ
ຜູ້ໍຂໍກູ້ຕ້ອງມີບໍລິສັດນິຕິບຸກຄົນ ຫຼື ອົງກອນທຸລະກິດທີ່ຈົດທະບຽນຕາມກົດໝາຍ ມີໃບອະນຸຍາດປະກອບທຸລະກິດ ຫຼື ເອກະສານທີ່ຖືກຕ້ອງຕາມກົດໝາຍ.
ເງື່ອນໄຂການສະມັກ
- ມີໃບອະນຸຍາດປະກອບທຸລະກິດ ຫຼື ເອກະສານທີ່ຖືກຕ້ອງຕາມກົດໝາຍ
- ຜູ້ຂໍກູ້ມີສະກາຍະພາບໃນການຊຳລະໜີ້ ມີຄວາມໜ້າເຊື່ອຖື ແລະ ລະບົບການຈັດການທຸລະກິດທີ່ດີ
- ມີການຄ້ຳປະກັນທີ່ທະນາຄານແຫ່ງປະເທດຈີນຍອມຮັບ
- ຜູ້ຂໍກູ້ໄດ້ເປີດບັນຊີກັບທະນາຄານແຫ່ງປະເທດຈີນ
- ສິນເຊື່ອເພື່ອລົງທຶນໃນຊັບສິນຄົງທີ່ ຕ້ອງຖືກຕ້ອງຕາມກົດນະໂຍບາຍອຸດສາຫະກຳ ແລະ ນະໂຍບາຍສິນເຊື່ອຂອງປະເທດທີ່ຈະໄປລົງທຶນ.
ຂັ້ນຕອນການສະມັກ
- ຜູ້ຂໍກູ້ຍື່ນໜັງສືສະມັກກັບທະນາຄານແຫ່ງປະເທດຈີນ
- ຜູ້ຂໍກູ້ຍື່ນເອກະສານຕ່າງໆ ກັບທະນາຄານ ຊຶ່ງລວມເຖິງໃບອະນຸຍາດປະກອບທຸລະກິດ ງົບການເງິນທີ່ຜ່ານການກວດສອບແລ້ວຍ້ອນຫຼັງ 3 ປີ ເອກະສານຈັດຕັ້ງແລະການອະນຸມັດໂຄງການ ລາຍງານການວິເຄາະ ແລະ ປະເມີນໂຄງການ ແລະ ແຜ່ນການຊຳລະໜີ້
- ທະນາຄານດຳເນີນການປະເມີນ, ກວດສອບຄວາມໜ້າເຊື່ອຖື, ຄວາມຖືກຕ້ອງຕາມກົດໝາຍ ຄວາມສ່ຽງ ແລະ ກຳໄລຂອງໂຄງການ ກວດສອບສະຖານະພາບຂອງຫຼັກຊັບຄ້ຳປະກັນ ແລະ ບຸກຄົນຄ້ຳປະກັນ
- ຫຼັງຈາກໄດ້ຮັບການອະນຸມັດຈາກທະນາຄານ ສອງຝ່າຍເຫັນຕົງກັນໃນສັນຍາເງິນກູ້ ສັນຍາຄ້ຳປະກັນ ແລະ ລົງນາມໃນສັນຍາຕ່າງໆ
- ຜູ້ກູ້ຕ້ອງຈົດທະບຽນຄ້ຳປະກັນຕາມທີ່ສັນຍາກຳນົດໄວ້
- ຜູ້ຂໍກູ້ຍື່ນໜັງສືຂໍຮັບເງິນ
- ທະນາຄານໂອນເງິນໄປຍັງບັນຊີຜູ້ຂໍກູ້.