ເງິນປ່ອຍກູ້ຮ່ວມ
ຄໍາອະທິບາຍ
ເງິນປ່ອຍກູ້ຮ່ວມ ຄື ການປ່ອຍກູ້ທີ່ມີເຈົ້າໜີ້ຕັ້ງແຕ່ 2 ລາຍຂຶ້ນໄປ, ໃນສັນຍາເງິນກູ້, ໂດຍເຈົ້າໜີ້ຕົກລົງເງື່ອນໄຂຕາມທີ່ເຫັນດີພ້ອມກັນໃນການໃຫ້ສີນເຊື່ອແກ່ບໍລິສັດໜຶ່ງ ຫຼື ຫຼາຍບໍລິສັດ, ເປົ້າໝາຍສໍາຄັນແມ່ນອົງກອນໃຫຍ່ ກັບສິ່ງກໍ່ສ້າງຂະໜາດໃຫຍ່, ວິທີການລະດົມເງິນປ່ອຍກູ້ຮ່ວມ, ຜູ້ກູ້ຢືມສາມາດໃຊ້ເງື່ອນໄຂການກູ້ແບບດຽວກັນໃນການລະດົມເງິນທຶນຈໍານວນຫຼາຍ, ໄລຍະເວລາຍາວ ແລະ ຍັງສາມາດໃຊ້ໜ່ວຍງານລະດົມເງິນປ່ອຍກູ້ຮ່ວມເພື່ອຂະຫາຍການຕະຫຼາດ ແລະ ເພີ່ມພາບລັກທາງການຕະຫຼາດ.
ຂໍ້ດີຂອງບໍລິການ
- ຈໍານວນເງິນປ່ອຍກູ້ຫຼາຍ, ກໍານົດໄລຍະເວລາດົນ, ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ທີ່ຕ້ອງການເງິນທຶນຈໍານວນຫຼາຍໃນໄລຍະເວລາດົນ.
- ໃຊ້ເວລາໃນການລະດົມທຶນໜ້ອຍ, ໂດຍຫຼັງຈາກທີ່ຜູ້ກູ້ກັບທະນາຄານວາງແຜນຕົກລົງເງື່ອນໄຂການກູ້ຢືມກັນແລ້ວ, ໂດຍທະນາຄານທໍາການວາງແຜນຮັບຜິດຊອບກັບທີມກູ່ມເງິນທຶນ, ໂດຍຂັ້ນຕອນດຳເນີນການກູ້ເງິນ, ຜູ້ກູ້ຢືມບໍ່ຈໍາເປັນຕ້ອງພົບປະກັບສະມາຊິກກຸ່ມເງິນທຸນກັບກັບການຈັດການທຸລະກໍາເງິນກູ້, ເຊັ່ນ: ການຝາກເງິນ, ການຄືນເງິນ, ການຈ່າຍດອກເບ້ຍເປັນຕົ້ນ, ໂດຍໃຫ້ທະນາຄານຕົວແທນຈັດການ.
- ຮູບແບບການຂໍກູ້ຮ່ວມມີຫຼາຍປະເພດ, ໃນກຸ່ມເງິນທຶນດຽວກັນສາມາດສະເໜີຮູບແບບຫຼາກຫຼາຍຕາມທີ່ຜູ້ກູ້ຢືມຕ້ອງການ, ເຊັ່ນການກູ້ແບບມີສັນຍາຕາມໄລຍະເວລາເງິນກູ້ທຶນໝູນວຽນ, ເຄດິດສໍາຮອງເປັນຕົ້ນ, ພ້ອມນັ້ນຍັງອີງຕາມສະກຸນເງິນທີ່ຜູ້ກູ້ຢືມຕ້ອງການ, ບໍ່ວ່າຈະເປັນເງິນໂດລາສະຫະລັດ, ເງິນໂດລາຮົງກົງ, ຢວນ ຫຼື ຮ່ວມກຸ່ມຂອງສະກຸນເງິນ.
- ມີພາບລັກທີ່ດີຕໍ່ຜູ້ກູ້ຢືມໃນດ້ານການຕະຫຼາດ, ຄວາມສໍາເລັດໃນການຂໍກູ້ຮ່ວມ, ໂດຍພື້ນຖານແລ້ວເກີດຈາກກຸ່ມທຶນທີ່ໃຫ້ກູ້ຍອມຮັບໃນເງິນທຶນ ແລະ ການບໍລິການກິດຈະການຂອງຜູ້ກູ້ສາມາດໃຊ້ໂອກາດນີ້ຂະຫຍາຍຊື່ສຽງໄດ້.
- ໄດ້ຮັບການສະໜັບສະໜຸນດ້ວຍດີຈາກສ່ວນເງິນກູ້ຮ່ວມຮົງກົງຂອງທະນາຄານແຫ່ງປະເທດຈີນ.
ສະກຸນເງິນ
ການຂໍກູ້ຮ່ວມໃຊ້ເງິນໂດລາສະຫະລັດເປັນຫຼັກ, ແຕ່ກໍ່ສາມາດໃຊ້ເງິນໂດລາຮົງກົງ ຫຼື ສະກຸນອື່ນຕາມຄວາມຕ້ອງການຂອງຜູ້ຂໍກູ້, ໃນການການຂໍກູ້ຮ່ວມສາມາດໃຊ້ເງິນຫຼາກຫຼາຍສະກຸນເງິນໄດ້.
ອັດຕາດອກເບ້ຍ
ລາຄາການຂໍກູ້ຮ່ວມແມ່ນຄິດໄລ່ຈາກດອກເບ້ຍບວກກັບຄ່າບໍລິການສອງຢ່າງຮວມກັນ.
ອັດຕາດອກເບ້ຍ ອີງຕາມສະພາບສະເພາະຕົວຂອງແຕ່ລະຜູ້ກູ້, ດຳເນີນການຕາມສັນຍາກູ້ຢືມຂອງກູ່ມເງິນທຶນທີ່ຕົກລົງກັນ.
ເປົ້າໝາຍລູກຄ້າ
- ຜູ້ກູ້ຢືມມີຄວາມຕ້ອງການກູ້ເງິນຈໍານວນຫຼາຍ ແລະ ໄລຍະເວລາຍາວນານ.
- ຜູ້ກູ້ມີຊື່ສຽງຂ້ອນຂ້າງດີໃນວົງການທຸລະກິດ, ດ້ານການບໍລິຫານກິດຈະການ, ເງິນທຶນ, ເທັກໂນໂລຊີ, ໄດ້ຮັບການຍອມຮັບຈາກຫຼາຍທະນາຄານ.
ເງື່ອນໄຂການສະໝັກ
- ຜູ້ຂໍກູ້ຮ່ວມຄວນເຮັດທຸລະກິດທີ່ໄດ້ຍື່ນຂໍດຳເນີນກິດຈະການຖືກຕ້ອງຕາມກົດໝາຍ ຫຼື ອົງກອນທາງດ້ານເສດຖະກິດອື່ນໆເປັນຕົ້ນ.
- ຜູ້ຂໍກູ້ຈະຕ້ອງໄດ້ຮັບການປະເມີນລະດັບຄວາມໜ້າເຊື່ອຖືຈາກທະນາຄານແຫ່ງປະເທດຈີນ ຫຼື ສະຖາບັນປະເມີນຄວາມໜ້າເຊື່ອຖືອື່ນໆທີ່ໄດ້ຮັບການຍອມຮັບ ຢູ່ໃນລະດັບໜຶ່ງຕາມເງື່ອນໄຂ.
- ຜູ້ຂໍກູ້ເປັນທຸລະກິດຂະໜາດກາງຫາຂະໜາດໃຫຍ່ທີ່ມີສະພາບການເງິນ ແລະ ການບໍລິການຢູ່ໃນເກນທີ່ດີ ຫຼື ເປັນບໍລິສັດກິດຈະການສະເພາະ ທີ່ອະນາຄົດຂອງທຸລະກິດດ້ານນັ້ນຢູ່ໃນຊ່ວງຂາຂຶ້ນ ແລະ ມີຄວາມໄດ້ປ່ຽບຕໍ່ຄູ່ແຂ່ງທາງທຸລະກິດ.
- ແຫຼ່ງເງິນທຶນອື່ນໆທີ່ເຂົ້າຮ່ວມ, ໂດຍທະນາຄານຈະວາງແຜນເປັນຜູ້ຈັດການ, ທະນາຄານທີ່ມີຄວາມໜ້າເຊື່ອຖື ແລະ ມີການບໍລິຫານງານທີ່ມີຄຸນນະພາບ.
ເອກະສານປະກອບ
- ຂໍ້ມູນກ່ຽວກັບຜູ້ຂໍກູ້ຢືມ, ຫຸ້ນສ່ວນ ແລະ ຜູ້ຄໍ້າປະກັນ.
- ໃບດຳເນີນກິດຈະການ, ກົດລະບຽບພາຍໃນຂອງບໍລິສັດເປັນຕົ້ນ.
- ລາຍງານສະພາບການເງິນໃນໄລຍະເວລາ 3 ປີ ທີ່ຜ່ານມາຂອງຜູ້ຂໍກູ້ຢືມ ແລະ ລາຍງານສະພາບການເງິນໃນຊ່ວງໄລຍະເວລາປະຈຸບັນ.
- ສໍາລັບລາຍລະອຽດຂອງໂຄງການແມ່ນຈະຕ້ອງສະໜອງສັນຍາຊື້ວັດສະດຸອຸປະກອນ, ສັນຍາກໍ່ສ້າງ, ສັນຍາຂາຍ ເປັນຕົ້ນ.
- ເອກະສານ ຫຼື ຂໍ້ມູນອື່ນໆທີ່ທະນາຄານຕ້ອງການ.
ຂັ້ນຕອນການສະໝັກ
- ຮັບຄໍາຮ້ອງຂໍກູ້ຢືມ/ໜັງສືລະດົມສີນເຊື່ອ.
- ເຈລະຈາກັບລຸກຄ້າ, ຂຽນຮ່າງເງື່ອນໄຂການຂໍກູ້ຢືມ, ໂຄງສ້າງການລະດົມສີນເຊື່ອ.
- ທະນາຄານແຫ່ງປະເທດຈີນໄດ້ຮັບຄໍາຮ້ອງໃຫ້ເປັນທະນາຄານນໍາພາ/ທະນາຄານຄໍ້າປະກັນຫຼັກຢ່າງເປັນທາງການ.
- ທະນາຄານແຫ່ງປະເທດຈີນ ຍອມຮັບຈໍານວນເງິນທີ່ຈະໃຫ້ກູ້.
- ຕາຕະລາງເວລາກຸ່ມເງິນທຶນທີ່ຕົກລົງ, ແຜນການ, ໂຄງສ້າງ ແລະ ລາຍຊື່ແຫຼ່ງເງິນທຶນທີ່ຍື່ນສົ່ງບັດເຊີນເຂົ້າຮ່ວມ.
- ກຽມບັນທຶກຄວາມເຂົ້າໃຈກ່ຽວກັບຂໍ້ມູນການກຸ້ຢືມ, ຮ່າງຈົດໝາຍເຊີນກຸ່ມເງິນທຶນ, ສົ່ງຈົດໝາຍເຊີນໃຫ້ກຸ່ມເງິນທຶນທີ່ກ່ຽວຂ້ອງ.
- ທະນາຄານທີ່ເຂົ້າຮ່ວມຕົກລົງຈໍານວນເງິນ.
- ຢືນຢັນກຸ່ມເງິນທຶນທີ່ເຂົ້າຮ່ວມ ແລະ ຈໍານວນເງິນກູ້ຢືມສຸດທ້າຍ.
- ກວດສອບຂໍ້ຕົກລົງເງິນກູ້, ຂໍ້ຕົກລົງຮັບປະກັນຕ່າງໆວ່າກົງກັນ.
- ເຊັນສັນຍາ.
- ທະນາຄານຕົວແທນດຳເນີນງານ.
ຂໍ້ແນະນໍາ
ເງິນກູ້ຮ່ວມເປັນການຮ່ວມກຸ່ມຂອງສະມາຊິກ ທີ່ປະກອບດ້ວຍທະນາຄານວາງແຜນ, ທະນາຄານນໍາພາ, ທະນາຄານຈັດການ, ທະນາຄານເຂົ້າຮ່ວມ, ທະນາຄານຕົວແທນ, ທະນາຄານປະສານງານເປັນຕົ້ນ; ສະມາຊິກທັງໝົດປະຕິບັດໜ້າຮັບສິດຜົນປະໂຫຍດ ແລະ ຮັບຄວາມສ່ຽງຕາມສັນຍາທີ່ຂຽນ ຫຼື ຕາມອັດຕາການປ່ອຍເງິນກູ້, ສະມາຊິກກຸ່ມເງິນກູ້ຮ່ວມແບ່ງເປັນ 3 ລະດັບ: 1. ທະນາຄານວາງແຜນ(ທະນາຄານນໍາພາ), 2. ທະນາຄານຈັດການ ແລະ 3. ທະນາຄານເຂົ້າຮ່ວມ.
- ທະນາຄານວາງແຜນ ແມ່ນທະນາຄານໜຶ່ງ ຫຼື ກຸ່ມໜຶ່ງທີ່ໄດ້ຮັບການມອບໝາຍຈາກລູກຄ້າໃຫ້ຈັດຫາແຫຼ່ງທຶນ ແລະ ວາງແຜນການຈັດສັນເງິນກູ້, ຮຽກໂຮມກຸ່ມທະນາຄານໃຫ້ເງິນກູ້ຮ່ວມກັບທະນາຄານວາງແຜນ, ໂດຍທົ່ວໄປທະນາຄານວາງແຜນຈະເປັນຜູ້ລວບລວມເງິນຈາກກຸ່ມທຶນທັງໝົດ.
- ທະນາຄານນໍາພາ ແມ່ນ ທະນາຄານທີ່ໃຫ້ຈໍານວນເງິນກູ້ຫຼາຍທີ່ສຸດ, ມີຕໍາແໜ່ງສູງສຸດໃນກຸ່ມສະມາຊິກຜູ້ຈັດການ, ໂດຍທົ່ວໄປທະນາຄານນໍາພາຈະເປັນທະນາຄານວາງແຜນນໍາດ້ວຍ.
- ທະນາຄານຈັດການ ແມ່ນໜຶ່ງໃນທະນາຄານໃຫ້ກູ້ທີ່ປ່ອຍເງິນກູ້ຂ້ອນຂ້າງຫຼາຍກວ່າຜູ້ເຂົ້າຮ່ວມອື່ນ, ເຊິ່ງທະນາຄານນໍາພາເປັນຜູ້ມອບຕໍາແໜ່ງໃຫ້ ໂດຍອີງຕາມຄໍາສັນຍາປ່ອຍກູ້ກັບລະດັບທີ່ແຕກຕ່າງ, ເປັນທະນາຄານຈັດການຂອງກຸ່ມຈັດການເງິນທຶນຕ່າງໆ, ມີໜ້າທີ່ຮັບຜິດຊອບສໍາຄັນຄືຕັດສິນຫົວຂໍ້ເງິນກູ້ກັບຄວາມເປັນໄປໄດ້ໃນການລວມກຸ່ມ ແລະ ພິຈາລະນາເລື່ອງເອກະສານຮ່ວມກັບທະນາຄານນໍາພາ, ລວມທັງການດຳເນີນກ່ຽວກັບສັນຍາກູ້ຢືມຕ່າງໆ.
- ທະນາຄານເຂົ້າຮ່ວມແມ່ນກຸ່ມທືນທີ່ໄດ້ຮັບເຊີນຈາກທະນາຄານວາງແຜນໃຫ້ເຂົ້າປ່ອຍກູ້ ແລະ ປ່ອຍເງິນກູ້ຕາມຈໍານວນທີ່ໄດ້ຕົກລົງໃນສັນຍາ, ສິ່ງທີ່ແຕກຕ່າງຈາກສະມາຊິກກຸ່ມຈັດການ ແມ່ນ ຈໍານວນເງິນທີ່ໃຫ້ກູ້ຂ້ອນຂ້າງໜ້ອຍ, ບໍ່ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃດໆ ຫຼື ໜ້າທີ່ອື່ນໆທີ່ເປັນຮູບປະທໍາໃນກຸ່ມ.
- ທະນາຄານຕົວແທນ ແມ່ນທະນາຄານທີ່ໄດ້ຮັບເລືອກຈາກສະມາຊິກກຸ່ມທຶນ ແລະ ຜູ້ຂໍກູ້ຢືມຍອມຮັບໃຫ້ເປັນຕົວແທນໃນການຈັດການໃນຊ່ວງໄລຍະເວລາການກູ້ ຫຼັງຈາກເຊັນຍາຕົກລົງການກູ້ຢືມແລ້ວ, ທະນາຄານຕົວແທນຕ້ອງປະຕິບັດຕາມລາຍລະອຽດໃນສັນຍາເງິນກູ້, ເປັນຕົວແທນສະມາຊິກກຸ່ມທຶນດູແລຈັດການເງິນກູ້, ຮັບຜິດຊອບປ່ອຍເງິນກູ້, ຄືນດອກເບ້ຍ, ຈັດການດູແລຫຼັງຈາກປ່ອຍກູ້ເປັນຕົ້ນ; ຮັບຜິດຊອບສົ່ງຂ່າວສານລະຫວ່າງຜູ້ຂໍກູ້ເງິນ ກັບ ສະມາຊິກກຸ່ມເງິນທຶນ ແລະ ຈັດການເມື່ອເກີດການທໍາຜິດສັນຍາເປັນຕົ້ນ.
- ທະນາຄານປະສານງານ ແມ່ນການເລືອກທະນາຄານໜຶ່ງຈາກທະນາຄານນໍາພາ ເພື່ອດູແລເງິນກູ້ທັງໝົດ ແລະ ຮັບຜິດຊອບພາລະໜ້າທີ່ບາງຢ່າງຈາກກູ່ມເງິນທຶນ.
- ທະນາຄານປຶກສາ ແມ່ນທະນາຄານໜຶ່ງໃນທະນາຄານທີ່ຜູ້ຂໍກູ້ຢືມເລືອກຈາກກຸ່ມເງິນທຶນ, ເພື່ອໃຫ້ຮັບຜິດຊອບເປັນທີ່ປຶກສາວາງແຜນການຂໍກູ້ເງິນ, ຕາມເງື່ອນໄຂ ແລະ ລາຄາຂອງທະນາຄານຕ່າງໆ, ເພື່ອໃຫ້ໄດ້ຜົນປະໂຫຍດສູງສຸດ, ສະເໜີການບໍລິການ, ໃຫ້ຄໍາແນະນໍາເລື່ອງການເງິນຕໍ່ຜູ້ຂໍກູ້, ເພື່ອຮັບປະກັນວ່າ ການດຳເນີນການກູ້ເປັນໄປຢ່າງລາບລື້ນ.