ການຄໍ້າປະກັນພາຍໃນ ແລະ ເງິນກູ້ຕ່າງປະເທດ

ຄໍາແນະນໍາຜະລິດຕະພັນ

ສຳລັບບໍລິສັດລູກຂອງຈີນທີ່ "ກ້າວອອກໄປຕ່າງປະເທດ" ໃນປະເທດລາວທີ່ຕ້ອງການເງິນທຶນໃນການຜະລິດ ຫຼື ການດຳເນີນງານ ແລະ ສິນເຊື່ອສະໜັບສະໜູນຈາກທະນາຄານ, ພວກເຂົາອາດສະເໜີຂໍການສະໜັບສະໜູນເງິນທຶນຈາກທະນາຄານ ພາຍໃຕ້ເງື່ອນໄຂທີ່ກຳນົດໄວ້ແລ້ວດັ່ງຕໍ່ໄປນີ້: ບໍລິສັດລູກຕ່າງປະເທດ ຕ້ອງໄດ້ຖືກຄ້ຳປະກັນໂດຍ SLC ຫຼື ອອກ L/G ໂດຍ ທະນາຄານແຫ່ງປະເທດຈີນ ສາຂາພາຍໃນປະເທດ ຫຼື ທະນາຄານທຸລະກິດອື່ນໆທີ່ທະນາຄານກໍານົດໄວ້ໃຫ້ເປັນຜູ້ຮັບເງິນ.

ລັກສະນະເດັ່ນຂອງຜະລິດຕະພັນ

  • ສາມາດຕອບສະໜອງຄວາມຕ້ອງການທາງດ້ານການເງິນຂອງບັນດາວິສາຫະກິດ "ກ້າວອອກໄປຕ່າງປະເທດ" ເພື່ອຕັ້ງບໍລິສັດລູກໃນລາວ: ການຮ່ວມມືກັບລູກຄ້າບໍລິສັດພາຍໃນປະເທດທີ່ແຂງແກ່ງ ອາດຈະມີບໍລິສັດລູກທີ່ເປັນບໍລິສັດລາວ ທີ່ມີຄວາມແຂງແກ່ງຈຳກັດ ຫຼື ບໍ່ມີຄຸນສົມບັດສໍາລັບການຍື່ນຄໍາຮ້ອງຂໍສິນເຊື່ອເພື່ອການລົງທຶນຢ່າງອິດສະຫຼະຈາກທະນາຄານ. ດັ່ງນັ້ນ, ບໍລິສັດລູກທີ່ເປັນບໍລິສັດລາວອາດແກ້ໄຂບັນຫາຄວາມຕ້ອງການທາງດ້ານການເງິນຂອງຕົນຜ່ານ "ການຄ້ຳປະກັນພາຍໃນ ແລະ ເງິນກູ້ຕ່າງປະເທດ".
  • ງ່າຍ ແລະ ສະດວກສະບາຍ: ໃບສະໝັກທາງດ້ານການເງິນແມ່ນໄດ້ຈັດການຜ່ານການຄ້ຳປະກັນທີ່ມີການກວດສອບຢ່າງວ່ອງໄວ ແລະ ການອະນຸມັດຂອງການປ່ອຍວົງເງິນສິນເຊື່ອ, ພ້ອມທັງ ຂັ້ນຕອນທີ່ງ່າຍດາຍ.

ສຳລັບລູກຄ້າ

  • ລູກຄ້າບໍລິສັດທີ່ມີຄວາມຕ້ອງການທາງດ້ານການເງິນຈາກທະນາຄານແຫ່ງປະເທດຈີນ(ຮົງກົງ) ຈຳກັດ ສາຂານະຄອນຫຼວງວຽງຈັນ ສຳລັບກິດຈະກຳທາງທຸລະກິດ ລະຫວ່າງ ບໍລິສັດແມ່ໃນປະເທດຈີນ ແລະ ບໍລິສັດລູກໃນປະເທດລາວ ຫຼື ໃນບັນດາບໍລິສັດໃນ.

ຂັ້ນຕອນການເປີດ

  1. ຜູ້ຂໍກູ້ຕິດຕໍ່ ແລະ ຍື່ນເອກະສານກັບໜ່ວຍງານການເງິນວິສາຫະກິດຂອງທະນາຄານແຫ່ງປະເທດຈີນ(ຮົງກົງ) ຈຳກັດ ສາຂານະຄອນຫຼວງວຽງຈັນ.
  2. ທະນາຄານແຫ່ງປະເທດຈີນ(ຮົງກົງ) ຈຳກັດ ສາຂານະຄອນຫຼວງວຽງຈັນ ກວດສອບເອກະສານ.
  3. ທະນາຄານແຫ່ງປະເທດຈີນ(ຮົງກົງ) ຈຳກັດ ສາຂານະຄອນຫຼວງວຽງຈັນ ຕິດຕໍ່ທະນາຄານແຫ່ງປະເທດຈິນສາຂາທີ່ຢູ່ໃນ ສປ ຈີນ ໃຫ້ເຮັດການອອກໜັງສືເປັນທີ່ຮຽບຮ້ອຍ.
  4. ຮັັບສະແຕນບາຍເລັດເຕີ້ອອຟເຄຣດິດ (Stand by Letter of Credit) ຫຼື ໜັງສືຄ້ຳປະກັນ(Letter of Guarantee: L/G) ທີ່ອອກໂດຍທະນາຄານແຫ່ງປະເທດຈີນສາຂາທີ່ຢູ່ໃນສປ ຈີນ.
  5. ຫຼັງກວດສອບສອງຝ່າຍລົງນາມໃນສັນຍາກູ້ເງິນ.
  6. ຜູ້ຂໍກູ້ເປີດບັນຊີກູ້ເງິນກັບທະນາຄານແຫ່ງປະເທດຈີນເພື່ອຮັບເງິນກູ້.

ເອກະສານປະກອບ

  1. ໜັງສືຂໍກູ້.
  2. ໜັງສືຮັບຮອງການເປັນຜູ້ແທນບໍລີສັດນິຕິບຸກຄົນ,ໜັງສືມອບອຳນາດ, ມະຕິຂອງຄະນະກຳມະການບໍລິສັດ ແລະ ຂໍ້ບັງຄັບຂອງບໍລີສັດ.
  3. ຕົ້ນສະບັບ ແລະ ສຳເນົາຂອງໃບອະນຸຍາດປະກອບທຸລະກິດຂອງບໍລິສັດ.
  4. ງົບການເງິນຜ່ານການກວດສອບຍ້ອນຫຼັງສາມປີທີ່ ແລະ ງົບການເງິນປັດຈຸບັນ.
  5. ເອກະສານອື່ນໆທີ່ທະນາຄານແຫ່ງປະເທດຈີນ(ຮົງກົງ) ຈຳກັດ ສາຂານະຄອນຫຼວງວຽງຈັນ ກຳນົດ.