ການແລກປ່ຽນເງິນຕາຕ່າງປະເທດ

ຄໍາແນະນໍາຜະລິດຕະພັນ

ການແລກປ່ຽນເງິນຕາຕ່າງປະເທດ ໝາຍເຖິງ ການແລກປ່ຽນເງິນຕາຕ່າງປະເທດລະຫວ່າງສະກຸນເງິນ ໂດລາ ຢວນ ຍູໂລ ແລກເປັນກີບ. ພ້ອມທັງໃຫ້ບໍລິການແລກປ່ຽນເງິນສົດ ແລະ ໂອນເງິນລະຫວ່າງ4ສະກຸນເງິນ ໂດລາ ຢວນ ຍູໂລ ແລະກີບ.

ລັກສະນະເດັ່ນຂອງຜະລິດຕະພັນ

  • ສະກຸນເງິນທີ່ມີໃຫ້ລວມມີ: USD, RMB, EUR ແລະ THB.
  • ທະນາຄານແຫ່ງປະເທດຈີນ ເປັນເຈົ້າຂອງເຄືອຂ່າຍທະນາຄານກວມເອົາ 51 ປະເທດ ແລະ ພາກພື້ນທົ່ວໂລກ, ທີ່ມີສູນກາງການໄກ່ເກ່ຍສະສາງສາກົນຂອງຕົນທີ່ນິວຢອກ, ລອນດອນ, ບາງກອກ, ໂຕກຽວ ແລະ ສູນສະກຸນເງິນອື່ນໆ ແລະ ການພົວພັນກັບທະນາຄານຕົວແທນໃນທົ່ວປະເທດທີ່ສໍາຄັນທັງໝົດ ແລະ ໃນພາກພື້ນ, ທະນາຄານແຫ່ງປະເທດຈີນ ສາມາດສະເໜີໃຫ້ລູກຄ້າກ່ຽວກັບເສັ້ນທາງການໂອນເງິນທີ່ດີທີ່ສຸດ. ນອກຈາກນັ້ນ, ອີງໃສ່ປະສົບການຫຼາຍປີ, ທະນາຄານແຫ່ງປະເທດຈີນ ສາມາດສະໜອງລູກຄ້າ ດ້ວຍການບໍລິການໂອນເງິນທົ່ວໂລກ ແລະ ການບໍລິການປຶກສາຫາລືລະດັບມືອາຊີບ, ເຮັດໃຫ້ການໂອນເງິນບໍ່ມີຂໍ້ຈໍາກັດ.

ສຳລັບລູກຄ້າ

  • ລູກຄ້າໃດໜຶ່ງມີບັນຊີເງິນຝາກທີ່ຖອນໄດ້ທຸກເວລາ ໃນທະນາຄານ ສາມາດສະໝັກເພື່ອນໍາໃຊ້ການບໍລິການ ພ້ອມກັບເອກະສານບັດປະຈໍາຕົວທີ່ຖືກຕ້ອງ.

ຂັ້ນຕອນການເປີດ

  • ບັດປະຈຳຕົວປະຊາຊົນ ຫຼື ໜັງສືຜ່ານແດນ
  • ເງິນສົດທີ່ຈະແລກ
  • ເອກະສານອື່ນໆ (ຖ້າຈຳເປັນ)

ເອກະສານປະກອບ

  • ສຳລັບການແລກປ່ຽນເງິນສົດ ລູກຄ້າຕ້ອງສະໜອງບັດປະຊາຊົນພ້ອມລາຍເຊັນຢັ້ງຢືນ

ຄຳເຕືອນ

  • ການແລກປ່ຽນເງີນຕາເປັນການແລກປ່ຽນແບບ Real Time , ເມື່ອເຮັດລາຍການແລ້ວບໍ່ສາມາດຍົກເລິກໄດ້.