ການໂອນເງິນຢວນ (RMB)

ຄໍາແນະນໍາຜະລິດຕະພັນ

ການໂອນເງິນ ຢວນ (RMB) ການບໍລິການສະໜອງໃຫ້ໂດຍທະນາຄານ ເພື່ອໂອນເງິນຈາກລູກຄ້າໄປຫາທະນາຄານອື່ນ.

ລັກສະນະເດັ່ນຂອງຜະລິດຕະພັນ

  • ສະກຸນເງິນທີ່ມີໃຫ້ແມ່ນ RMB.
  • ທະນາຄານແຫ່ງປະເທດຈີນ ເປັນເຈົ້າຂອງເຄືອຂ່າຍທະນາຄານກວມເອົາ 51 ປະເທດ ແລະ ພາກພື້ນທົ່ວໂລກ, ທີ່ມີສູນກາງການໄກ່ເກ່ຍສະສາງສາກົນຂອງຕົນທີ່ນິວຢອກ, ລອນດອນ, ບາງກອກ, ໂຕກຽວ ແລະ ສູນສະກຸນເງິນອື່ນໆ ແລະ ການພົວພັນກັບທະນາຄານຕົວແທນໃນທົ່ວປະເທດທີ່ສໍາຄັນທັງໝົດ ແລະ ໃນພາກພື້ນ, ທະນາຄານແຫ່ງປະເທດຈີນ ສາມາດສະເໜີໃຫ້ລູກຄ້າກ່ຽວກັບເສັ້ນທາງການໂອນເງິນທີ່ດີທີ່ສຸດ. ນອກຈາກນັ້ນ, ອີງໃສ່ປະສົບການຫຼາຍປີ, ທະນາຄານແຫ່ງປະເທດຈີນ ສາມາດສະໜອງລູກຄ້າ ດ້ວຍການບໍລິການໂອນເງິນທົ່ວໂລກ ແລະ ການບໍລິການປຶກສາຫາລືລະດັບມືອາຊີບ, ເຮັດໃຫ້ການໂອນເງິນບໍ່ມີຂໍ້ຈໍາກັດ.

ສຳລັບລູກຄ້າ

  • ລູກຄ້າໃດໜຶ່ງມີບັນຊີເງິນຝາກທີ່ຖອນໄດ້ທຸກເວລາ ໃນທະນາຄານ ສາມາດສະໝັກເພື່ອນໍາໃຊ້ການບໍລິການ ພ້ອມກັບເອກະສານບັດປະຈໍາຕົວທີ່ຖືກຕ້ອງ.

ຂັ້ນຕອນການເປີດ

ສຳລັບການໂອນເງິນຜ່ານຊ່ອງທາງ Telegraphic Transfer (T/T) ນັ້ນຜູ້ໂອນຕ້ອງແຈ້ງລາຍລະອຽດດັງນີ້:

  • ສະກຸນເງິນແລະຈຳນວນເງິນທີ່ຕ້ອງການໂອນ;
  • ຊື່ ແລະ ທີ່ຢູ່ຜູ້ຮັບໂອນ;
  • ເລກບັນຊີທະນາຄານຜູ້ຮັບໂອນ;
  • ຊື່ ທີ່ຢູ່ ແລະ SWIFT Codeຂອງທະນາຄານຜູ້ຮັບໂອນ

ນອກຈາກນີ້ ທະນາຄານຂໍຄວາມກະລຸນາທ່ານໃຫ້ຂໍ້ມູນທີ່ກ່ຽວຂ້ອງກັບຊ່ອງທາງການຕິດຕໍ່ກັບທະນາຄານ ໃນກໍລະນີມີບັນຫາເກີດຂື້ນ ທະນາຄານຈະໄດ້ຈະໄດ້ສາມາດຕິດຕໍ່ທ່ານໄດ້ທັນທີ ທັ້ງນີ້ຫາກຂໍ້ມູນທີ່ໃຫ້ນັ້ນຖືກຕ້ອງ ແລະ ຄົບຖ້ວນ ຈະເຮັດໃຫ້ລາຍການໂອນເຖິງທະນາຄານຜູ້ຮັບໄດ້ໄວຂື້ນ.

ເອກະສານປະກອບ

ເພື່ອຮັບປະກັນຄວາມປອດໄພຂອງເງິນທືນ ແລະ ຂໍ້ມູນບັນຊີຂອງລູກຄ້າ, ລູກຄ້າຕ້ອງສະໜອງບັດປະຊາຊົນທີ່ຖືກຕ້ອງ ແລະ ຜ່ານການລົງລາຍເຊັນຢັ້ງຢືນ

ຄຳເຕືອນ

ຈຳນວນເງິນຮັບໂອນອາດນ້ອຍກວ່າຈຳນວນເງິນໂອນແທ້ໃນກໍລະນີທະນາຄານຜູ້ໂອນ ແລະ ທະນາຄານຜູ້ຮັບບໍ່ມີບັນຊີເງິນຕາຕ່າງປະເທດລະຫວ່າງກັນ.