ການໂອນເງິນເພື່ອຊຳລະສະສາງລ່ວງໜ້າດ້ວຍເງິນ ຫຍວນ (RMB)

ຄໍາແນະນໍາຜະລິດຕະພັນ

ການໂອນເງິນເພື່ອຊຳລະສະສາງລ່ວງໜ້າດ້ວຍເງິນ ຫຍວນ (RMB) ເປັນໜຶ່ງໃນການບໍລິການພິເສດຂອງທະນາຄານ, ໃນເວລາທີ່ລູກຄ້າໂອນໄປປະເທດຈີນ, ທະນາຄານຈະລັອກອັດຕາແລກປ່ຽນ RMB ຕາມການໂອນເງິນ, ຊຶ່ງເຮັດໃຫ້ຜູ້ຮັບໃນປະເທດຈີນແຜ່ນດິນໃຫຍ່ໄດ້ຮັບເງິນໃນຈໍານວນເງິນເຕັມຂອງ RMB ໃນອັດຕາແລກປ່ຽນເງິນຕາໄດ້ກໍານົດໃນດຽວກັນຂອງການໂອນເງິນ, ການກໍາຈັດການຄວາມສ່ຽງຕໍ່ການແລກປ່ຽນລະຫວ່າງສະກຸນເງິນຕ່າງປະເທດ ແລະ RMB ຊຶ່ງເກີດຈາກຄວາມຜັນຜວນຂອງອັດຕາແລກປ່ຽນ.

ລັກສະນະເດັ່ນຂອງຜະລິດຕະພັນ

  • ສະກຸນເງິນທີ່ມີໃຫ້ແມ່ນ USD.
  • ການບໍລິການສາມາດຊ່ວຍໃຫ້ທ່ານຫຼີກລ່ຽງຈາກຄວາມສ່ຽງຂຶ້ນລົງຂອງອັດຕາແລກປ່ຽນ.

ສຳລັບລູກຄ້າ

  • ລູກຄ້າໃດໜຶ່ງມີບັນຊີເງິນຝາກທີ່ຖອນໄດ້ທຸກເວລາ ໃນທະນາຄານ ສາມາດສະໝັກເພື່ອນໍາໃຊ້ການບໍລິການ ພ້ອມກັບເອກະສານບັດປະຈໍາຕົວທີ່ຖືກຕ້ອງ.

ຂັ້ນຕອນການເປີດ

ເມື່ອກອກຟອມການເຮັດລາຍງານໂອນເງິນຮຽບຮ້ອຍແລ້ວ ຜູ້ໂອນຄວນຕຽມຂໍ້ມູນຂອງຜູ້ຮັບໂອນດັງຕໍ່ໄປນີ້:

  • ຊື່ນາມສະກຸນຜູ້ໂອນ, ທີ່ຢູ່ຜູ້ຮັບໂອນ, ເບີຕິດຕໍ່, ເລກບັດປະຊາຊົນ 18 ໂຕ  ແລະ ເລກບັນຊີຜູ້ໂອນ;
  • ຊື່ ແລະ ທີ່ຢູ່ຂອງທະນາຄານທີ່ຮັບໂອນ ຫຼື Swift code
  • ຈຳນວນເງິນໂອນ

ຄຳເຕືອນ

*ໃນກໍລະນີຜູ້ຮັບໄດ້ຮັບເງິນໂອນເກິນກຳນົດ ລາຍການໂອນດັງກ່າວຈະຖືກຕີກັບແລະຜູ້ໂອນອາດໄດ້ຮັບຄວາມເສຍຫາຍຈາກຄວາມສ່ຽງຂຶ້ນລົງຂອງອັດຕາແລກປ່ຽນ. ຕາມນະໂຍບາຍຂອງ ໜ່ວຍງານຄຸ້ມຄອງເງິນຕາຕ່າງປະເທດ ຂອງ ສປ ຈີນ.