ການໂອນເງິນອອກ

ຄໍາແນະນໍາຜະລິດຕະພັນ

ໂອນເງິນພາຍນອກ ໝາຍເຖິງ ການບໍລິການສະໜອງໃຫ້ໂດຍທະນາຄານ ເພື່ອໂອນເງິນຈາກລູກຄ້າໄປຫາທະນາຄານອື່ນ.

ລັກສະນະເດັ່ນຂອງຜະລິດຕະພັນ

  • ສະກຸນເງິນທີ່ມີໃຫ້ລວມມີ: USD, RMB, EUR ແລະ THB.
  • ທະນາຄານແຫ່ງປະເທດຈີນ ເປັນເຈົ້າຂອງເຄືອຂ່າຍທະນາຄານກວມເອົາ 51 ປະເທດ ແລະ ພາກພື້ນທົ່ວໂລກ, ທີ່ມີສູນກາງການໄກ່ເກ່ຍສະສາງສາກົນຂອງຕົນທີ່ນິວຢອກ, ລອນດອນ, ບາງກອກ, ໂຕກຽວ ແລະ ສູນສະກຸນເງິນອື່ນໆ ແລະ ການພົວພັນກັບທະນາຄານຕົວແທນໃນທົ່ວປະເທດທີ່ສໍາຄັນທັງໝົດ ແລະ ໃນພາກພື້ນ, ທະນາຄານແຫ່ງປະເທດຈີນ ສາມາດສະເໜີໃຫ້ລູກຄ້າກ່ຽວກັບເສັ້ນທາງການໂອນເງິນທີ່ດີທີ່ສຸດ. ນອກຈາກນັ້ນ, ອີງໃສ່ປະສົບການຫຼາຍປີ, ທະນາຄານແຫ່ງປະເທດຈີນ ສາມາດສະໜອງລູກຄ້າ ດ້ວຍການບໍລິການໂອນເງິນທົ່ວໂລກ ແລະ ການບໍລິການປຶກສາຫາລືລະດັບມືອາຊີບ, ເຮັດໃຫ້ການໂອນເງິນບໍ່ມີຂໍ້ຈໍາກັດ.

ສຳລັບລູກຄ້າ

  • ລູກຄ້າໃດໜຶ່ງມີບັນຊີເງິນຝາກທີ່ຖອນໄດ້ທຸກເວລາ ໃນທະນາຄານ ສາມາດສະໝັກເພື່ອນໍາໃຊ້ການບໍລິການ ພ້ອມກັບເອກະສານບັດປະຈໍາຕົວທີ່ຖືກຕ້ອງ.

ຂັ້ນຕອນການເປີດ

ໃນການຮັບເງິນໂອນຕ່າງປະເທດຜ່ານຊ່ອງທາງ Telegraphic Transfer (T/T) ນັ໊ນ ທ່ານຕ້ອງແຈ້ງຂໍ້ມູນດັງຕໍ່ໄປນີ້ໃຫ້ຜູ້ໂອນ

  • ຊື່ແລະນາມສະກຸນ (ຕາມປື້ມບັນຊີ)
  • ເລກບັນຊີ (ຕາມປື້ມບັນຊີ)
  • ຊື່ ແລະ ເລກບັນຊີທະນາຄານຂອງຜູ້ຮັບ: BANK OF CHINA LIMITED VIENTIANE BRANCH
  • ທີ່ຢູ່ຂອງທະນາຄານຜູ້ຮັບ: VIENTIANE  CENTER, KHOUVIENG  ROAD NONGCHAN VILLAGE, SISATTANAK  DISTRICT, VIENTIANE CAPITAL, LAO P.D.R
  • SWIFT Code: BKCHLALAXXX

ເອກະສານປະກອບ

  • ລູກຄ້າຂອງທະນາຄານ ລູກຄ້າບໍ່ຈຳເປັນຕ້ອງສະໜອງເອກະສານໃດໆ ພຽງແຕ່ບອກຊື່ຜູ້ຮັບ ແລະ ເລກບັນຊີທີ່ຖືກຕ້ອງເພື່ອທີ່ຈະໄດ້ຮັບການໂອນເງິນ;
  • ລູກຄ້າທີ່ບໍ່ແມ່ນລູກຄ້າຂອງທະນາຄານ ກ່ອນອື່ນໝົດລູກຄ້າຕ້ອງໄດ້ຜ່ານຂັ້ນຕອນການເປີດບັນຊີກັບທະນາຄານຂອງພວກເຮົາ;

ຄຳເຕືອນ

  • ຈຳນວນເງິນຮັບໂອນອາດນ້ອຍກວ່າຈຳນວນເງິນໂອນແທ້ໃນກໍລະນີທີ່ທະນາຄານຜູ້ໂອນແລະທະນາຄານຜູ້ຮັບໂອນບໍ່ມີບັນຊີເງິນຕາຕ່າງປະເທດລະຫວ່າງກັນ.